STEP
1
ທຳຄວາມສະອາດກ່ອນຂາຍ
ທຸກໆຄົນຕ້ອງການຊື້ລົດທີ່ມີຄວາມສະອາດ. ຖ້າຫາກລົດສະອາດ, ຜູ້ຊື້ກໍຈະໄດ້ຮັບຄວາມປະທັບໃຈ.
ແລະ ຖ້າລົດໄດ້ຮັບການດູແລເປັນຢ່າງດີກໍສາມາດກຳນົດລາຄາຂາຍທີ່ດີໄດ້ຢ່າງໝັ້ນໃຈ.
AutoMarche ຂໍແນະນຳວິທີໃນການທຳຄວາມສະອາດລົດ.

STEP
2
ວິທີທຳຄວາມສະອາດ
·ພາຍນອກ
1. ລ້າງໂຕຖັງລົດ, ແວ່ນລົດ ແລະ ປັດນໍ້າຝົນ.
2. ລ້າງລໍ້ລົດ ແລະ ຢາງລົດດ້ານນອກ.
3. ທຳຄວາມສະອາດກ້ອງພື້ນລົດດ້ວຍເຄື່ອງລ້າງອັດສີດແຮງດັນສູງ.
4. ລ້າງຫ້ອງເຄື່ອງຈັກ..
5. ທາແວັກຄັດເງົາໃສ່ໂຕລົດ, ລໍ້, ຢາງ ແລະ ຫ້ອງເຄື່ອງຈັກ.
ອີກຈຸດໜຶ່ງ
ຖ້າມີຮອຍຂູດຂີດ ຫຼື ຮອຍບຸ້ມເຖິງໂຕລົດ, ທ່ານຄວນໄປຮ້ານສ້ອມແປງລົດເພື່ອຂໍໃບສະເໜີລາຄາໃນການສ້ອມແປງ.
ເຖິງຢ່າງໃດກໍຕາມ, ທ່ານບໍ່ຈໍາເປັນຕ້ອງແກ້ໄຂມັນກ່ອນການຂາຍ.
ເພາະຖ້າໄປຮ້ານສ້ອມແປງທີ່ບໍ່ມີທັກສະໃນສ້ອມແປງທີ່ດີພໍ, ຄວາມເສຍຫາຍກໍຈະຫຼາຍຂຶ້ນ.
ທ່ານສາມາດຫາລືກັບຜູ້ຊື້ໄດ້ວ່າໃຜຈະເປັນຜູ້ສ້ອມແປງຄວາມເສຍຫາຍ. ຜູ້ຊື້ ຫຼື ຜູ້ຂາຍ?
・ພາຍໃນ
1. ເອົາສິ່ງຂອງສ່ວນຕົວທັງໝົດທີ່ຢູ່ໃນລົດອອກ.
2. ຖອດ ແລະ ທໍາຄວາມສະອາດຜ້າປູພື້ນ (ຖ້າລ້າງດ້ວຍນໍ້າ, ມັນຄວນຖືກຕາກແດດໃຫ້ແຫ້ງປະມານ 3-4 ຊົ່ວໂມງ).
3. ເຊັດແວ່ນລົດ, ແຜງໜ້າປັດ, ບ່ອນນັ່ງ, ບ່ອນວາງເຄື່ອງດື່ມ ແລະ ພວງມະໄລ.
4. ດູດຝຸ່ນພາຍໃນລົດ, ບ່ອນນັ່ງ, ກ້ອງເບາະບ່ອນນັ່ງ ແລະ ທ້າຍລົດ.
5. ກຳຈັດກິ່ນ.
ອີກຈຸດໜຶ່ງ
ເມື່ອທ່ານທຳຄວາມສະອາດພາຍໃນລົດ, ການດັບກິ່ນແມ່ນເປັນຈຸດທີ່ສຳຄັນທີ່ສຸດ.
ທ່ານອາດຈະບໍ່ຮູ້ໂຕ, ລົດແຕ່ລະຄັນມີກິ່ນຂອງມັນເອງ ຫຼັງຈາກໃຊ້ງານມາຫຼາຍປີ.
ຖ້າທ່ານເປັນຄົນສູບຢາ ຫຼື ທ່ານມີສັດລ້ຽງຢູ່, ມັນຈະມີກິ່ນສະເພາະໂຕຢູ່ໃນລົດຂອງທ່ານ.
AutoMarche ແນະນຳ ວິທີການກຳຈັດກິ່ນຄືດັ່ງລຸ່ມນີ້.

STEP
3
ວິທີກໍາຈັດກິ່ນ
1. ປະສົມເບກກິ້ງໂຊດາ 10 ກຣາມ ແລະ ນໍ້າ 200 ມິນລີລິດ
2. ເອົາໃສ່ໃນຖັງສີດ
3. ສີດ ແລະ ເຊັດ ໃສ່ບ່ອນນັ່ງ, ເພດານ, ພື້ນລົດ, ແລະພາຍໃນລົດ.
4. ເປີດປະຕູເພື່ອໃຫ້ມີການລະບາຍອາກາດໄດ້ປະມານ 6 ຫາ 8 ຊົ່ວໂມງ (ແນະນຳໃຫ້ເຮັດໃນມື້ທີ່ມີແສງແດດ).
