STEP
1
ການຄົ້ນຫາລົດມືສອງທີ່ຖືກໃຈທ່ານ
ກ່ອນອື່ນໝົດພຽງແຕ່ທ່ານລອງຄົ້ນຫາລົດມືສອງໃນ AutoMarche.
ທ່ານສາມາດຮັບຂໍ້ມູນລົດມືສອງ ແລະ ຍັງຊ່ວຍໃຫ້ທ່ານເພື່ອພິຈາລະນາວ່າຈະຊື້ລົດປະເພດໃດ.
ທ່ານສາມາດຮັບຮູ້ແນວໂນ້ມຂອງຕະຫຼາດໄດ້ຄືກັນ.
ຫຼັງຈາກທີ່ທ່ານຕັດສິນໃຈວ່າຈະຊື້ລົດມືສອງປະເພດໃດ, ທ່ານຄວນຕັ້ງງົບປະມານໃນການຊື້ລົດມືສອງນັ້ນໄວ້.

STEP
2
ການຕິດຕໍ່ຜູ້ຂາຍລົດມືສອງ
ກ່ອນທີ່ທ່ານຈະຕິດຕໍ່ຫາຜູ້ຂາຍ, ເຈົ້າຄວນພິຈາລະນາຄຳຖາມກ່ຽວກັບລົດມືສອງກ່ອນ.
AutoMarche ບໍ່ໄດ້ສະແດງຂໍ້ມູນລາຍລະອຽດທັງໝົົດຂອງລົດມືສອງຢູ່ໃນເວັບໄຊທົ.
ຕົວຢ່າງຂອງຄໍາຖາມມີດັ່ງລຸ່ມນີ້:
ເຈົ້າເປັນເຈົ້າຂອງລົດຄັນນີ້ຄົນທໍາອິດບໍ? ບອກຂ້ອຍໄດ້ບໍ ມີຈັກຄົນທີ່ເຄີຍເປັນເຈົ້າຂອງລົດຄັນນີ້ມາກ່ອນ?
ລົດໄດ້ຮັບຄວາມເສຍຫາຍມາກ່ອນບໍ?
ແລະ ອື່ນໆ...
ຖ້າລົດມີລາຄາຕໍ່າກວ່າລົດຄັນອື່ນທີ່ຢູ່ໃນເວັບໄຊທົ, ທ່ານສາມາດສົງໃສໄດ້ວ່າລົດມີຄວາມເສຍຫາຍ ຫຼື ມີບັນຫາບາງຢ່າງ.
ທ່ານສາມາດຖາມເຫດຜົນຂອງລາຄາໄດ້ຄືກັນ.
ຖ້າທ່ານບໍ່ສາມາດໄດ້ຮັບຄໍາຕອບທີ່ດີພໍຈາກຜູ້ຂາຍ ຫຼື ຜູ້ຂາຍເວົ້າວ່າ "ຂ້ອຍບໍ່ຮູ້, ຂ້ອຍບໍ່ແນ່ໃຈ, ຂ້ອຍບໍ່ມີ", ກະລຸນາຖາມຜູ້ຂາຍເພື່ອຂໍເບິ່ງລົດລົດມືສອງ.

STEP
3
ການກວດສອບສະພາບລົດ
ເມື່ອທ່ານຊື້ລົດມືສອງ, ສິ່ງທີ່ສຳຄັນທີ່ສຸດແມ່ນສະພາບຂອງລົດ.
ຢ່າງໃດກໍ່ຕາມ, ມັນເປັນເລື່ອງຍາກ, ຖ້າທ່ານບໍ່ມີປະສົບການໃນການກວດສອບລົດມືສອງມາກ່ອນ.
ໃນກໍລະນີດັ່ງກ່າວ, ກະລຸນາເບິ່ງການລາຍງານການປະເມີນສະພາບລົດມືສອງໃນ AutoMarche.
ຜູ້ປະເມີນຂອງ AutoMarche ໄດ້ກວດສອບ ແລະ ປະເມີນສະພາບລົດມືສອງ.
ຖ້າທ່ານຢາກໃຫ້ພວກເຮົາປະເມີນລົດທີ່ຍັງບໍ່ໄດ້ກວດສອບ, ກະລຸນາຕິດຕໍ່ຫາພວກເຮົາ. ຕິດຕໍ່ພວກເຮົາ

STEP
4
ກວດສອບຄວາມເປັນເຈົ້າຂອງລົດ
ທ່ານຄວນຂໍໃຫ້ຜູ້ຂາຍສະແດງຄວາມເປັນເຈົ້າຂອງລົດ.
ໂດຍປົກກະຕິແລ້ວຈະມີ ປື້ມຄູ່ມືຄູໃນການນຳໃຊ້ລົດ ແລະ ໜັງສືເຈົ້າຂອງລົດສໍາລັບລົດທັງໝົດ.
ເມື່ອທ່ານກວດເບິ່ງໜັງສືລົດ, ທ່ານສາມາດກວດເບິ່ງຊື່ເຈົ້າຂອງວ່າຕົງກັບຊື່ຜູ້ຂາຍ.
ຖ້າຊື່ໃນໜັງສືລົດ ແລະ ຊື່ຜູ້ຂາຍຕ່າງກັນ, ທ່ານຄວນກວດເບິ່ງເອກະສານການໂອນກຳມະສິດ.
ຈາກນັ້ນທ່ານສາມາດຮູ້ໄດ້ວ່າມີເຈົ້າຂອງຈັກຄົນທີ່ເຄີຍໃຊ້ລົດຄັນນີ້ມາກ່ອນ.

STEP
5
ຕ້ອງລອງຂັບລົດຕົວຈິງ
ເພື່ອຫຼີກລ້ຽງບັນຫາ, ຄວາມຫຍຸ້ງຍາກ ແລະ ອຸປະຕິເຫດໃດໆ, ທ່ານຄວນຮູ້ສະພາບຂອງລົດ.
ເຖິງແມ່ນວ່າທ່ານບໍ່ມີປະສົບການໃນການກວດສອບສະພາບລົດມືສອງ, ທ່ານຄວນທົດລອງຂັບເບີ່ງລົດຕົວຈິງ.
ມີສຽງລົບກວນຈາກເຄື່ອງຈັກ ຫຼື ການສັ່ນສະເທືອນບໍ່? ພວງມະໄລໜັກປານໃດ? ທ່ານສາມາດເປີດແວ່ນລົດໄດ້ບໍ່? ຄວາມຮູ້ສຶກໃນເວລາເບຣກເປັນແນວໃດ?
ຖ້າທ່ານຮູ້ສຶກບໍ່ສະບາຍໃຈ, ທ່ານຄວນຖາມຜູ້ຂາຍກ່ຽວກັບບັນຫານັ້ນ.

STEP
6
ລາຄາຂອງລົດມືສອງ
ລາຄາຂາຍແມ່ນກຳນົດໂດຍຜູ້ປະກາດຂາຍ.
ກະລຸນາປືກສາແລະຕົກລົງລາຄາຊື້ຂາຍລົດມືສອງ.
ຖ້າທ່ານພົບບັນຫາບາງຢ່າງຂອງລົດ, ທ່ານຄວນແຈ້ງຜູ້ຂາຍວ່າໃຜທີ່ຈະສ້ອມແປງລົດ?
ແລະ ທ່ານສາມາດຕໍ່ລອງລາຄາຂາຍ ຫຼື ສ້ອມແປງລົດກ່ອນການຊື້.
ຜູ້ຂາຍລົດອາດຂໍໃຫ້ທ່ານໂອນເງິນຄ່າມັດຈຳເພື່ອຊື້ລົດ.
ດັ່ງນັ້ນ, ທ່ານຕ້ອງຈັດການກຽມຈ່າຍເງິນບາງສ່ວນຂອງລາຄາຊື້.

STEP
7
ການກວດສອບເອກະສານ - ການຊໍາລະເງິນ
ທ່ານຄວນກວດເບິ່ງເອກະສານທີ່ຈຳເປັນ ສຳລັບການໂອນກຳມະສິດກ່ອນເຊັນຂໍ້ຕົກລົງຊື້ລົດມືສອງ.
ເອກະສານທັງໝົດຕ້ອງຖືກຕ້ອງ ແລະ ຕື່ມຂໍ້ມູນໃຫ້ຄົບຖ້ວນກ່ອນຈະມີການຮັບມອບກຳມະສິດ.
ທ່ານສາມາດກວດເບິ່ງເອກະສານແຕ່ລະປະເພດ ທີ່ທ່ານຕ້ອງການສໍາລັບການໂອນກໍາມະສິດໃນ FAQ
ມີຟັງຊັນການເຮັດຂໍ້ຕົກລົງໃນ AutoMarche.
ຖ້າຜູ້ຂາຍຮ່າງຂໍ້ຕົກລົງໃນ AutoMarche, ຜູ້ຊື້ສາມາດເບີ່ງເອກະສານກ່ອນການຊື້ລົດ ແລະ ບໍ່ຈໍາເປັນຕ້ອງຕື່ມຂໍ້ມູນລົງໃນຂໍ້ຕົກລົງໃນເວລາຊື້ຂາຍລົດມືສອງ.
ທ່ານສາມາດຂໍໃຫ້ຜູ້ຂາຍໃຊ້ຟັງຊັນຂອງຂໍ້ຕົກລົງໃນ AutoMarche.
