ຂໍ້ກໍານົດ ເເລະ ເງື່ອນໄຂຂອງການນໍາໃຊ້

ຍິນດີຕ້ອນຮັບສູ່ AutoMarche!

ຂໍ້ກຳນົດທົ່ວໄປ ເເລະ ເງື່ອນໄຂການນໍາໃຊ້ສະບັບນີ້ ແມ່ນມີການເຂົ້າຮ່ວມໂດຍ ແລະ ລະຫ່ວາງ:

◼ AutoMarche.com (“AutoMarche”,“ພວກເຮົາ”,“ຂອງເຮົາ”,“ເຮົາ”)ສະໜອງຂໍ້ມູນຂອງທ່ານເທີງເວັບໄຊທ (“Website”) ອີງຕາມ ຂໍ້ກໍານົດ ແລະ ເງື່ອນໄຂການນໍາໃຊ້ ເເລະ ກົດລະບຽບອື່ນໆ ທີ່ປະກາດລົງພາຍໃນເວັບໄຊທ(ເອີ້ນໂດຍລວມວ່າ “ຂໍ້ກໍານົດ”).

◼ ທ່ານ, ໃນນາມບຸກຄົນ ຫຼື ບໍລິສັດ ຜູ້ທີ່ນໍາໃຊ້ເວັບໄຊທເພື່ອເປັນຊ່ອງທາງໃນການຄ້າ, ບໍ່ວ່າທາງກົງ ຫຼື ທາງອ້ອມ (“ທ່ານ”, “ຂອງທ່ານ”, “ຜູ້ນໍາໃຊ້”).

◼ ຜູ້ຂາຍເເມ່ນບຸກຄົນທົ່ວໄປ, ນາຍໜ້າຊື້ຂາຍລົດ, ຕົວແທນຊື້ຂາຍລົດ, ຜູ້ສະຫນອງ, ຮ້ານຕ່າງໆ ທີ່ນໍາໃຊ້ເວັບໄຊທ AutoMarche ໃນນາມສ່ວນໂຕ ຫຼື ຈຸດປະສົງທາງການຄ້າ ບໍ່ວ່າທາງກົງ ຫຼື ທາງອອ້ມ ( “Seller”).

◼ ການນໍາໃຊ້ເວັບໄຊທຕ້ອງການ ການສະເເດງເຈດຈຳນົງ ແລະ ການນຍອມຮັບ ຂໍ້ກໍານົດ ເເລະ ເງື່ອນໄຂໂດຍ ຜູ້ນໍາໃຊ້. ໂດຍກາເຄື່ອງຫມາຍໃສ່ໃນກ່ອງ: “ທ່ານຍອມຮັບຂໍ້ກໍານົດ ແລະ ລະບຽບຄວາມເປັນສ່ວນຕົວ” ໃນຄະນະທີ່ທ່ານລົງທະບຽນ. ໃນການນໍາໃຊ້ເວັບໄຊທ ທ່ານຍິນຍອມຕາມບັນດາຂໍ້ກໍານົດເຫຼົ່ານີ້. ພວກເຮົາອາດມີການປຽນເເປງຂໍ້ກໍານົດເປັນເເຕ່ລະໄລຍະ. ກະລຸນາ ອ່ານ ແລະ ຕິດຕາມຂໍ້ກໍານົດ ແລະ ກວດກາຄືນຢ່າງເປັນປະຈໍາ.

◼ ຖ້າທ່ານບໍ່ເຫັນດີໃນຂໍ້ກໍານົດ ຫຼື ການປຽນເເປງຂໍ້ໄດ, ທ່ານຕ້ອງຢຸດການນໍາໃຊ້ເວັບໄຊທທັນທີ.

◼ ຖ້າທ່ານເລືອກທີ່ຈະເຂົ້າສູ່ເວັບໄຊທຂອງພວກເຮົາຈາກສະຖານທີ່ທີ່ບໍ່ຢູ່ໃນສ.ປ.ປລາວ,ທ່ານໄດ້ເຮັດດ້ວຍຄວາມສະໝັກ ໃຈຂອງທ່ານເອງ ແລະ ຕ້ອງຮັບຜິດຊອບຈາກການກະທໍາ ແລະ ບັນດາຂໍ້ກໍານົດຂອງລະບຽບກົດໝາຍ.

1. ຂໍ້ກໍານົດການນໍາໃຊ້

◼ ລົດທີ່ໄດ້ປະກາດລົງເວັບໄຊທຕ້ອງມີລາຍລະອຽດ ແລະ ຂໍ້ມູນທີ່ສົມບູນ.

◼ ຜູ້ນໍາໃຊ້ ຕ້ອງປະກາດລົດລົງເວັບໄຊທທີ່ມີຢູ່ຈິງ ເພື່ອຂາຍ ເເລະ ຊື້ ຢູ່ພາຍໃນປະເທດລາວ. ພວກເຮົາຈະບໍ່ຮັບລົດທີ່ຂາຍຢູ່ນອກປະເທດລາວ

◼ ລົດ, ອຸປະກອນ ຫຼື ຂໍ້ມູນທີ່ຕິດພັນກັບຍານພາຫະນະຕ້ອງໄດ້ປະກາດລົງຫຼັງຈາກພວກເຮົາໄດ້ອະນຸມັດສໍາເລັດເເລ້ວ. ພວກເຮົາມີສິດທີ່ຈະຖອດຖອນ ການປະກາດທີ່ບໍ່ທັນໄດ້ຮັບການອະນຸມັດ.

◼ ລົດທີ່ປະກາດລົງຈະຕ້ອງບໍ່ມີ URL ທີ່ເຊື່ອມຕໍ່ກັບເວັບໄຊທອື່ນໆ. ພວກເຮົາມີສິດໃນການຍົກເລີກ URL ດັ່ງກ່າວ.

◼ ທຸກໆເອກະສານ, ຮູບພາບ ແລະ ຂໍ້ມູນທີ່ບໍ່ກ່ຽວກັບການຊື້-ຂາຍ ຕ້ອງຖືກຍົກເລີກ

◼ ພວກເຮົາມີສິດໃນການຍົກເລີກ ລົດທີ່ລົງປະກາດທີ່ມີລັກສະນະຫຼອກລວງ ຫຼື ປອມ.

◼ ພວກເຮົາມີສິດໃນການຍົກເລີກລົດອອກຈາກລາຍການບັນຊີລົດ ທີ່ບໍ່ມີຂໍ້ມູນທີ່ສຳຄັນເຊັ່ນ: ລາຄາ ເເລະ ຊື່ລຸ້ນທີ່ຖືກຕ້ອງ.

◼ ພວກເຮົາມີສິດໃນການດັດແກ້ ຂໍ້ມູນລົດທີ່ບໍ່ສົມບູນໂດຍບໍ່ຕ້ອງຂໍການຍິນຍອມຈາກຜູ້ນໍາໃຊ້.

◼ ຜູ້ນໍາໃຊ້ ຕົກລົງເຫັນດີ ຮັບຜິດຊອບກັບ ທຸກໆຂໍ້ມູນທີ່ໄດ້ສະຫນອງໃຫ້ພວກເຮົາ.

◼ ຜູ້ນໍາໃຊ້ຕ້ອງປະກາດລົງຮູບແທ້ຂອງລົດທີ່ຕ້ອງການຂາຍ. ພວກເຮົາມີສິດຍົກເລີກໄດ້ຖ້າຂໍ່ມູນຂອງລົດດັ່ງກ່າວຫາກບໍ່ຕົງກັບໂຕ ຈິງ.

2. ໜ້າທີ່ຂອງ AUTOMARCHE

ຈຸດປະສົງຂອງ AUTOMARCHE ເເມ່ນເພື່ອສະໜອງໂຄງສ້າງໃນເຂົ້າເບີ່ງ ແລະ ການນໍາໃຊ້ເວັບໄຊທ ໂດຍຜູ້ນໍາໃຊ້, ບໍ່ວ່າຈະເປັນ ຜູ້ຂາຍຫລືຜູ້ຊື້ລົດມືສອງໂດຍຜ່ານການລົງທະບຽນເປັນສະມາຊິກ. ເວັບໄຊທນີ້ສ້າງຄວາມສະດວກສະບາຍໃຫ້ທັງຜູ້ຊື້ ເເລະ ຂາຍ ໃນການເຈລະຈາຕໍ່ລອງ ແລະ ປິດການຂາຍ. AUTOMARCHE ບໍ່ໄດ້ຄຸ້ມຄອງສາຍສໍາພັນລະຫ່ວາງບຸກຄົນທັງສອງຝ່າຍ. ສັນຍາການຂາຍສິນຄ້າທັງຫມົດແມ່ນຂື້ນກັນການຕົກລົງເຫັນດີລະຫວ່າງບຸກຄົນທີສາມທັງສອງຝ່າຍ. ພວກເຮົາບໍ່ມີສ່ວນກ່ຽວຂ້ອງໃນສັນຍານີ້ ແລະ ບໍ່ມີຄວາມຮັບຜິດຊອບຕໍ່ກັບບັນຫາທີ່ອາດເກີດຂື້ນຕິດພັນກັບສັນຍາດັ່ງກ່າວ ຫຼື ເປັນຕົວເເທນຂອງຝ່າຍຂາຍ. ຝ່າຍຂາຍມີຄວາມຮັບຜິດຊອບໃນການຂາຍສິນຄ້າຂອງຕົນ ແລະ ຕ້ອງຕິດຕໍ່ກັບຜູ້ຊື້ເອງໃນກໍລະນີມີການຮຽກຮ້ອງ ຫຼື ມີບັນຫາເກີດຂື້ນທີ່ກ່ຽວພັນ ຫຼືຕິດພັນກັບສັນຍາຊື້-ຂາຍ ລະຫວ່າງທັງສອງຝ່າຍ.

3. ການລົງທະບຽນຜູ້ນໍາໃຊ້

◼ ທ່ານຈະບໍ່ຖືກເກັບຄ່າບໍລິການສໍາຫຼັບ ການນຳໃຊ້ບໍລິການ ໃນການຄົ້ນຫາລົດຢູ່ໃນເວັບໄຊທຂອງພວກເຮົາ ແລະ ບັນດາບໍລິການຕ່າງໆຕາມຂໍ້ກໍານົດທີ່ໄດ້ວາງໄວ້. ທ່ານຕ້ອງໄດ້ລົງທະບຽນສະຫມັກເປັນ ສະມາຊິກກັບພວກເຮົາກ່ອນ ເພື່ອນຳໃຊ້ເຄື່ອງມືຕ່າງໆ ໃນ ນາມທີ່ເປັນສະມາຊີກ (“Member”). ການລົງທະບຽນເປັນສະມາຊິກຂອງ AutoMarche ຜູ້ໃຊ້ຕ້ອງຍອມຮັບໃນການປະຕິບັດຕາມ ບັນດາຂໍ້ກໍານົດທັງຫມົດ.

◼ ການສະໜອງຂໍ້ມູນຂອງທ່ານ ໂດຍບໍ່ກໍານົດລວມຂອບເຂດ ເຊິ່ງລວມມີ ຮູບພາບ, ຄຳເວົ້າ, ຫຼື ສັນຍາລັກ(“Content”) ລົງໃນເວັບໄຊທຂອງພວກເຮົາໃນຄະນະທີ່ເຂົ້ານຳໃຊ້ໃນນາມທີ່ເປັນສະມາຊິກ, ທ່ານໄດ້ອະນຸຍາດໃຫ້ພວກເຮົາມີສິດຕາມທີ່ໄດ້ກ່າວໄວ້ໃນຂໍ້ກົດນົດສະບັບນີ້.

◼ ໃນການນໍາໃຊ້ເວັບໄຊທຂອງພວກເຮົາ, ທ່ານເຫັນດີວ່າໃຫ້ພວກເຮົາສາມາດເລືອກລົງໂຄສະນາຕ່າງໆທີ່ພວກເຮົາຄິດວ່າ ເໝາະສົມກັບທ່ານ.

◼ພວກເຮົານຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ ເພື່ອຊ່ວຍໃນການເລືອກລົງໂຄສະນາໃຫ້ທ່ານໄດ້ເຫັນ. ກະລຸນາອ່ານນະໂຍບາຍ ຄວາມເປັນສ່ວນຕົວທີ່ໃຫ້ຂໍ້ມູນກ່ຽວກັບ ການນໍາໃຊ້ຂໍ້ມູນຂອງທ່ານ. ຂໍ້ມູນສ່ວນຕົວທີ່ຈຳເປັນຂອງທ່ານລວມມີ,ແຕ່ບໍ່ຈໍາກັດພຽງແຕ່ເທົ່ານີ້ເຊັ່ນວ່າ: ຊື່ແລະນາມສະກຸນ, ທີ່ຢູ່, ເບີໂທ, ອີເມວ, ຂໍ້ມູນທີ່ກ່ຽວກັບບັດປະຈໍາໂຕ ຫຼື ໃບຂັບຂີ່, ໃບທະບຽນລົດ, ໄລຍະທາງນໍາໃຊ້ລົດ, ຍີ່ຫໍ່ລົດ ແລະ ລຸ້ນຂອງລົດ, ລະຫັດຜ່ານ ແລະ ອື່ນໆ. 

◼ ສໍາຫຼັບຜູ້ນໍາໃຊ້ທົ່ວໄປ, ທ່ານໄດ້ອະນຸຍາດມອບສິດໃຫ້ພວກເຮົາເເບບບໍ່ມີກຳນົດ, ໃຊ້ໄດ້ທົ່ວໂລກ, ແບບບໍ່ມີການຂໍສິດນຳໃຊ້ຍ່ອຍ, ແບບບໍ່ເສີຍຄ່າລິຂະສິດ ເພື່ອການນໍາໃຊ້ ການຜະລິດຊໍ້າ, ການສະເເດງ, ການປະຕິບັດ, ການປັບປ່ຽນ, ດັດແກ້, ການຂາຍ, ການເເຈກຢາຍ, ແລະ ການສົ່ງເສີມ ຂໍ້ມູນດັ່ງກ່າວໃນທຸກຮູບເເບບ, ໃນທຸກໆສື່ທີ່ເປັນທີ່ຮູ້ຈັກ ຫຼື ຫຼັງຈາກນີ້ ຈະຖືກສ້າງຂຶ້ນ ເພື່ອຈຸດປະສົງໃດໜຶ່ງ, ພາຍໃຕ້ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

◼ ພວກເຮົາຍັງຂໍຮັກສາສິດໃນການຍົກເລີກເນື້ອຫາທີ່ສົ່ງໂດຍທ່ານລົງໃນເວັບໄຊທຂອງພວກເຮົາ ໂດຍແມ່ນສິດຂາດຂອງພວກເຮົາ ເຊິ່ງລວມທັງຂໍ້ມູນຕຳນິຕິຊົມທີ່ໄດ້ມາຈາກຜູ້ນໍາໃຊ້ທ່ານອື່ນໆ ຫຼື ການເເຈ້ງລະເມີດຊັບສິນທາງປັນຍາ ຫຼື ຊ່ອງທາງອື່ນໆເພື່ອການຍົກເລີກ, ຫຼື ໂດຍອີງຕາມຄວາມຄິດເຫັນຂອງພວກເຮົາວ່າ ເນື້ອໃນມີການ ລະເມີດຂໍ້ກໍານົດ ຫຼື ຜິດກົດໝາຍ ຫຼື ອັນອື່ນທີ່ເປັນການຄັດຄ້ານ, ຫຼື ດ້ວຍເຫດຜົນອື່ນ ທີ່ພວກເຮົາອາດເຫັນວ່າເຫມາະສົມ.

◼ ພວກເຮົານໍາໃຊ້ລະບົບອັດຕະໂນມັດໃນການວິເຄາະເນື້ອຫາທີ່ທ່ານໄດ້ສະຫນອງໃຫ້ ເພື່ອຊ່ວຍໃນການກວດຫາການລະເມີດເຊັ່ນ: ສະເເປມ (Spam), ເມົາແວ (Malware) ເເລະ ເນື້ອຫາທີ່ຜິດກົດໝາຍ . 

◼ ພວກເຮົາຈະລົບລ້າງ, ເກັບກຳ, ສະກັດກັ້ນ ຫຼື ຍົກເລີກ ການສື່ສານຂອງທ່ານ (ລວມທັງ ແຕ່ບໍ່ຈໍາກັດພຽງແຕ່ຄໍາຄິດເຫັນ,ປະກາດລົງເວບໄຊທ, ຂໍ້ຄວາມ ເເລະ/ຫຼື ການສົນທະນາ).

4. ພັນທະຂອງຜູ້ນໍາໃຊ້

4.1 ທ່ານເຫັນດີວ່າຈະບໍ່:

◼ ປ່ຽນເເປງ, ຊຳເນົາ, ເເຈກຢາຍ, ພີມຈໍາຫນ່າຍ, ຜະລິດຊໍ້າ ຫຼື ອອກໃບອຸນະຍາດກ່ຽວກັບເນື້ອໃນຂອງເວັບໄຊທ.

◼ ນໍາໃຊ້ ຫຼື ພະຍາຍາມນຳໃຊ້ເນື້ອໃນ ເເລະ ຂໍ້ມູນຢູ່ໃນເວັບໄຊທ ເພື່ອການສ້າງເວັບໄຊທ ຫຼື ການພີມຈໍາຫນ່າຍ ຫຼື ຖານຂໍ້ມູນທີ່ສາມາດຄົ້ນຫາໄດ້.

◼ ນໍາໃຊ້ຂະບວນການອັດຕະໂນມັດໃນທຸກຮູບແບບ, ໃນການສອບຖາມ, ການເຂົ້າເຖີງ, ການຂຸດຄົ້ນ, ເຈາະຂໍ້ມູນ ຫຼື ເຊົາເນົາເນື້ອໃນຈາກເວັບໄຊທຂອງພວກເຮົາ.

◼ ນຳໃຊ້ຂໍ້ມູນຕ່າງໆ ລວມມີຮູບພາບ ຫຼື ຮູບຖ່າຍຢູ່ໃນເວັບໄຊທ ທີ່ມີລັກສະນະລະເມີດລິຂະສິດ, ເຄື່ອງຫມາຍທາງການຄ້າ, ສິດທິບັດ, ຄວາມລັບທາງການຄ້າ ຫຼື ສິດເປັນເຈົ້າຂອງອື່ນໆຂອງບຸກຄົນອື່ນ.

◼ ປອມແປງຂໍ້ມູນຂອງຕົວເອງເພື່ອເຮັດໃຫ້ຜູ້ນຳໃຊ້ຄົນອື່ນໃຫ້ເຂົ້າໃຈຜິດ.

◼ ໃສ່ຮ້າຍປ້າຍສີ, ລະເມີດ, ຕິດຕາມ ຫຼື ຂົ່ມຂູ່ຜູ້ນໍາໃຊ້ອື່ນ.

◼ ເປີດເຜີຍໃຫ້ບຸກຄົນທີສາມຮັບຮູ້ຂໍ້ມູນການເຂົ້າບັນຊີໃນເວັບໄຊທຂອງທ່ານ ແລະ ບໍ່ອະນຸຍາດໃຫ້ບຸກຄົນທີສາມເຂົ້້ານຳໃຊ້ເວັບໄຊທໂດຍການນຳໃຊ້ຂໍ້ມູນການເຂົ້າບັນຊີຂອງທ່ານ ຫຼື ນໍາໃຊ້ຂໍ້ມູນຂອງທ່ານເຂົ້ານຳໃຊ້ຂອງທ່ານ. ຜູ້ນໍາໃຊ້ຕ້ອງນຮັບຜີດຊອບການນຳໃຊ້ເວັບໄຊທທີ່ນຳໃຊ້ຂໍ້ມູນການເຂົ້າບັນຊີຂອງຜູ້ອື່ນ ຫຼື ການຳໃຊ້ອື່ນໆຂອງຂໍ້ມູນການເຂົ້າບັນຊີໃນເວັບໄຊທຂອງຜູ້ນໍາໃຊ້ອືນໆ.

4.2 ຖ້າພວກເຮົາເຫັນວ່າ ທ່ານເອງ ຫຼື ໃຜກໍ່ຕາມທີ່ກ່ຽວຂ້ອງກັບທ່ານ ຫາກມີການປະພຶດທີ່ຂັດຂ້ອງກັບຂໍ້ກໍານົດເຫຼົ່ານີ້ ພວກເຮົາອາດຢຸດການເປັນສະມາຊິກຂອງທ່ານທັນທີ ເເລະ ສິດໃນການເຂົ້່າເຖີງ ແລະ ເຂົ້ານໍາໃຊ້ເວັບໄຊທໃນເວລາໃດກໍ່ໄດ້. ພວກເຮົາຂໍສະຫງວນສິດໃນການດໍາເນີນຄະດີກັບທ່ານ.

4.3 ຜູ້ນໍາໃຊ້ຈະປະຕິບັດຕາມ ໃນການໃຫ້ ຂໍ້ມູນທີ່ຄົບຖ້ວນ ເເລະ ຖືກຕ້ອງ, ໂດຍສະເພາະແມ່ນ ຊື່ເເທ້ຂອງຜູ້ນຳໃຊ້, ຊື່ບໍລິສັດ, ອີເມວ, ແລະ ບັນດາຂໍ້ມູນຕ່າງໆທີ່ຈຳເປັນໃນການສະຫມັກເປັນສະມາຊິກ ແລະ ການນຳໃຊ້ບັນຊີ. ຜູ້ນໍາໃຊ້ຍັງຕ້ອງຮັກສາຂໍ້ມູນນີ້ໃຫ້ຖືກຕ້ອງຢູ່ສະເໝີ.

4.4 ຜູ້ນໍາໃຊ້ຕ້ອງບັນທຶກຂໍ້ມູນລົງໃນເນື້ອທີ່ຂອງບັນຊີສະມາຊິກ ຂອງທ່ານ ທີ່ກ່ຽວຂ້ອງກັບລົດຂອງທ່ານເທົ່ານັ້ນ, ແລະ ບໍ່ຜິດກັບຫລັກຈັນຍາບັນ ແລະ ລະບຽບສັງຄົມ (ໂດຍບໍ່ມີຂອບເຂດຈຳກັດ ເຊັ່ນ: ເນື້ອຫາກ່ຽວກັບຍຽດເຊື້ອຊາດ, ສື່ລາມົກ ຫຼື ການຍຽດເລື່ອງເພດ).

5. ການເຂົ້ານຳໃຊ້

◼ ພວກເຮົາບໍ່ຮັບປະກັນການເຂົ້ານຳໃຊ້ໃນເວັບໄຊທຂອງພວກເຮົາເນື່ອງຈາກວ່າ ການເຂົ້ານຳໃຊ້ຜ່ານອິນເຕີເນັດ (Internet) ບາງເທື່ອອາດມີບັນຫາ ຄວາມຜິດພາດທາງເຕັກນິກ ຫຼື ກິດຈະກໍາຕ່າງໆຂອງບຸກຄົນທີສາມ (ເຊັ່ນ: ການສົ່ງຕໍ່ດ້ວຍໄວຣັດ (virus) ແລະ ການກະທຳທີ່ເປັນອັນຕະລາຍອື່ນໆ) ທີ່ນອກເຫນືອຈາກການຄວມຄຸ້ມຂອງພວກເຮົາ. 

◼ ພ້ອມດຽວກັນນີ້, ໃນເເຕ່ລະໄລຍະ ພວກເຮົາອາດມີການລະງັບການໃຫ້ບໍລິການນໍາໃຊ້ເວັບໄຊທຂອງພວກເຮົາ ເພື່ອການປຽນເເປງ ຫຼື ເເກ້ບັນຫາທາງເຕັກນິກ ທີ່ອາດຈະເກີດຂື້ນ.

◼ ຄວາມສ່ຽງທີ່ຈະເກີດໃນການເຂົ້ານຳໃຊ້ແລະການນໍາໃຊ້ເວັບໄຊທແມ່ນຂື້ນກັບຜູ້ນໍາໃຊ້ເອງ. ຜູ້ນໍາໃຊ້ຕ້ອງມີຄວາມຮັບຜິດຊອບ ໃນປົກປ້ອງ ຂໍ້ມູນຂອງຕົນເອງ ເເລະ\ຫຼື ຊອບເເວທີ່ຕິດຕັ້ງໃນ ໂທລະສັບ, ຄອມພີວເຕີ, ແລະ ແທັບເລັດຕໍ່ກັບການບຸກລຸກ ຫຼື ການລະເມີດຕ່າງໆ.

6. ລາຄາ ເເລະ ການກຳນົດມູນຄ່າ

◼ ຜູ້ຂາຍຕ້ອງສະໜອງລາຍລະອຽດກ່ຽວກັບລົດ ເພື່ອການກຳນົດລາຄາໂດຍ AutoMarche. ເວັບໄຊທ AutoMarcheຈະສະໜອງໃບປະເມີນລາຄາໃຫ້ຜູ້ຂາຍເພື່ອໃຊ້ສຳຫລັບຈຸດປະສົງ ຂອງເວັບໄຊທນີ້ເທົ່ານັ້ນ.

◼ ໃບປະເມີນລາຄາມີກໍານົດໃຊ້ໄດ້ແຕ່ໜື່ງເດືອນຫຼັງການກວດກາ ຫຼື ການປະເມີນ. ພວກເຮົາຈະບໍ່ຮັບຜິດຊອບຕໍ່ ການປ່ຽນແປງ ຫຼື ການເສື່ອມສະພາບຂອງລົດ ທີ່ອາດຈະມີຜົນຕໍ່ລາຄາຂອງລົດ ຫຼັງຈາກທີ່ໄດ້ຮັບໃບປະເມີນລາຄາແລ້ວ.

◼ ພວກເຮົາມີສິດຊັບສິນທາງປັນຍາ, ລິຂະສິດ ແລະ ສິດຄວາມເປັນເຈົ້າຂອງໃນການອອກໃບປະເມີນລາຄາ.

◼ AutoMarche ຈະບໍ່ຮັບຜິດຊອບຕໍ່ກັບບັນຫາໃດໆທີ່ຈະເກີດຈາກ ລາຍການຂອງການປະເມີນລາຄາ.

◼ ຜູ້ຂາຍອາດຮ້ອງຂໍໃຫ້ທາງAutoMarcheຍົກເລີກລາຍການຂອງການປະເມີນລາຄາ ແລະ ພວກເຮົາຈະປະຕິບັດຕາມຄໍາ

ຂໍຂອງທ່ານ.

◼ AutoMarche ຈະສ້າງລາຍການລາຄາ ແລະ ປະກາດລົງໃນເວັບໄຊທ. ລາຍການລາຄາຈະມີ: 

(i) ການປ່ຽນໃຫມ່ທຸກໆ ສອງອາທິດ;

(ii) ຖືກນໍາໃຊ້ໃນເວບໄຊທ ເທົ່ານັ້ນ ແລະ ຈະບໍ່ສາມາດຖືກນຳໄປອ້າງອີງໃນເວັບໄຊທອື່ນໆ ແລະ 

(iii) ຖືກນຳໃຊ້ໃນການອ້າງອີງຂອງທ່ານເທົ່ານັ້ນ ແລະ ບໍ່ໄດ້ສ້າງການຜູກມັດດ້ານລາຄາລະຫວ່າງຜູ້ຊື້ ແລະ ຜູ້ຂາຍ.

◼ ທາງເວັບໄຊທ AutoMarche ຈະບໍ່ຮັບຜິດຊອບ ແລະ ຮັບປະກັນໃນການປິດການຂາຍ ລະຫ່ວາງຜູ້ຊື້ ແລະ ຜູ້ຂາຍ.

7. ສິດທິດ້ານຊັບສິນທາງປັນຍາ

◼ ທ່ານຮັບຮູ້ ແລະ ເຫັນດີວ່າ ພວກເຮົາເປັນເຈົ້າຂອງ ຫຼື ໄດ້ຮັບອະນຸຍາດໃນການນໍາໃຊ້ເນື້ອຫາຂອງເວັບໄຊທ, ສິດໃດຫນື່ງ ເເລະ ທຸກໆສິດດ້ານຊັບສິນທາງປັນຍາທີ່ຖືກນຳໃຊ້ ຫຼື ຕິດພັນກັບການເຊື່ອມໂຍງ ກັບເວັບໄຊທນີ້.

◼ ເນື້ອຫາຂອງເວັບໄຊທຈະບໍ່ຖືກຜະລິດຊ້ຳ, ຈັດພີມຊໍ້າ, ສົ່ງຕໍ່ ຫຼື ເເຈກຢາຍໃນທຸກໆຮູບເເບບໂດຍບໍ່ໄດ້ຮັບອະນຸຍາດທີ່ເປັນ ລາຍລັກອັກສອນຈາກພວກເຮົາ.

◼ ເນື້ອຫາຂອງເວັບໄຊທ ເເມ່ນຖືກປົກປ້ອງຕາມກົດໝາຍຊັບສິນທາງປັນຍາ. ທຸກການນໍາໃຊ້ຫາກໄດ້ຮັບອະນຸຍາດຈະຖືວ່າເປັນການລະເມີດຊັບສິນທາງປັນຍາ, ເຊິ່ງອາດຈະເຮັດໃຫ້ ຜູ້ນຳໃຊ້ມີຄວາມຜິດທາງກົດໝາຍເເພ່ງ ແລະ ອາຍາໄດ້.

8. ການລະງັບ ແລະ ການຍົກເລີກ

◼ ທ່ານເຫັນດີວ່າ ທ່ານຈະຮັບຜິດຊອບຕໍ່ກັບການນໍາໃຊ້ເວັບໄຊທຂອງທ່ານ ແລະ ທຸກໆການສື່ສານ ແລະ ກິດຈະກໍາຢູ່ໃນເວັບໄຊທ . 

◼ ຖ້າພວກເຮົາເຫັນວ່າທ່ານໄດ້ກ່ຽວພັນກັບກິດຈະກໍາຕ້ອງຫ້າມ ທີ່ສະແດງຄວາມບໍ່ເຄົາລົບຕໍ່ກັບຜູ້ນຳໃຊ້ອື່ນ ຫຼື ລະເມີດຂໍ້ ກໍານົດສະບັບນີ້ ພວກເຮົາອາດຢຸດຕິການເຂົ້ານຳໃຊ້ ເວັບໄຊທຂອງທ່ານ ຊົ່ວຄາວ ຫຼື ຖາວອນ, ໂດຍບໍ່ມີການຊົດເຊີຍຄ່າເສຍຫາຍໃຫ້ຜູ້ນໍາໃຊ້ ແລະ ບໍ່ສາມາດຮ້ອງຟ້ອງໃດໆ, ໂດຍການແຈ້ງຫາທາງອີເມວ ຕາມອີເມວທີ່ໄດ້ບັກທຶກໄວ້ຕອນລົງບຽນບັນຊີສະມາຊິກກັບພວກເຮົາ.

◼ ພວກເຮົາຂໍຮັກສາສິດໃນການລະງັບ, ຢຸດຕິ, ປ່ຽນເເປງ ຫຼື ບໍ່ສືບຕໍ່ທຸກໆລັກສະນະຂອງເວັບໄຊທ, ເຊີ່ງລວມມີ ຄຸນລັກສະນະໃດຫນື່ງທີ່ມີຢູ່ໃນເວັບໄຊທ ຕາມສິດພຽງຜູ້ດຽວ ແລະ ເປັນສິດຂາດໃນການຕັດສິນໃຈ ໃນທຸກເວລາ ໂດຍບໍ່ມີການເເຈ້ງໃຫ້ຮູ້ລ່ວງຫນ້າ. ສາເຫດໃນການລະງັບຂອງການນຳໃຊ້ແມ່ນ ອາດລວມມີ, ເເຕ່ບໍ່ຈັດກັດພຽງແຕ່: 

(i) ການລະເມີດໃດໜື່ງຕາມຂໍ້ກໍານົດໃນສະບັບນີ້; 

(ii) ການລະເມີດລະບຽບກົດໝາຍ;

(iii) ການສໍ້ໂກງ, ຄຸກຄາມ, ໃສ່ຮ້າຍປ້າຍສີ, ຂົ່ມຂູ່ ຫຼື ມີພືດຕິກໍາທາລຸນ; ເເລະ\ຫຼື 

(iiii) ພືດຕິກໍາທີ່ທໍາຮ້າຍຜູ້ນໍາໃຊ້ອື່ນ, ບຸກຄົນທີສາມ, ຫຼື ຜົນປະໂຫຍດທາງທຸລະກິດຂອງພວກເຮົາ.

◼ ການນຳໃຊ້ບັນຊີສະມາຊິກທີ່ຜິດກົດໝາຍ, ສໍ້ໂກງ, ຄຸກຄາມ, ໃສ່ຮ້າຍປ້າຍສີ, ຂົ່ມຂູ່ ຫຼື ທາລຸນເຊິ່ງອາດຈະຖືກດຳເນີນຄະດີຕາມກົດຫມາຍໂດຍບໍ່ມີການເເຈ້ງໃຫ້ທ່ານຮູ້ລ່ວງໜ້າ.

◼ ໃນການລະງັບ ຫຼື ການຍົກເລີກ ບັນຊີສະມາຊິກຂອງທ່ານ ຫຼື ການເຂົ້ານຳໃຊ້ຂອງທ່ານ ທັງໝົດ ຫຼື ບາງສ່ວນຂອງເວັບໄຊທ,

(i) ສິດທັງຫມົດ ເເລະ\ຫຼື ການຮັບອະນຸຍາດຂອງທ່ານພາຍໃຕ້ຂໍ້ກໍານົດຕ້ອງຖືກຍົກເລີກທັນທີ;

(ii) ພວກເຮົາ ອາດຍົກເລີກ ຫຼື ລົບເນື້ອຫາທີ່ຢູ່ໃນເວັບໄຊທທີ່ກ່ຽວພັນກັບບັນຊີສະມາຊິກຂອງທ່ານ; ເເລະ 

(iii) ທ່ານຍັງຕ້ອງຮັບຜິດຊອບຕໍ່ກັບພັນທະທັງຫມົດ ທີ່ອາດຈະເກີດຂຶ້ນໃນຂໍ້ກໍານົດສະບັບນີ້.

9. ການຊົດເຊີຍຄ່າເສຍຫາຍ

◼ ອີງຕາມການຮ້ອງຂໍຂອງພວກເຮົາ, ທ່ານເຫັນດີຊົດເຊີຍຄ່າເສຍຫາຍໃຫ້ພວກເຮົາຢ່າງເຕັມສ່ວນ, ປົກປ້ອງພວກເຮົາ ເເລະ ບໍ່ສ້າງຄວາມເສຍຫາຍໃຫ້ແກ່ພວກເຮົາ ຕາມການສະເໜີທັນທີ, ພະນັກງານ, ອໍານວຍການ, ຕົວເເທນ, ສາຂາ, ຜູ້ອອກໃບອະນຸຍາດ, ຜູ້ສະໜອງ, ຈາກແລະຕໍ່ກັບ ທຸກໜີ້ສິນ, ການຟ້ອງຮ້ອງ, ບັນດາຄ່າໃຊ້ຈ່າຍ, ຜົນເສຍຫາຍ ຫຼື ການສູນເສຍ, ລວມທັງຄ່າບໍລິການທາງກົດໝາຍທີ່ອາດຈະເກີດຈາກ : 

(i) ທ່ານນຳໃຊ້ ຫຼື ສວຍໃຊ້ເວບໄຊທທີ່ຜິດປະເພດ; 

(ii) ທ່ານລະເມີດບັນດາຂໍ້ກໍານົດເຫຼົ່ານີ້; ເເລະ\ຫຼື

(iii) ທ່ານລະເມີດກົດຫມາຍ ຫຼື ສິດທິຂອງບຸກຄົນທີສາມ, ເຊິ່ງລວມເຖິງ ການເຂົ້ານຳໃຊ້ບັນຊີຂອງຜູ້ອື່ນດ້ວຍ Internet ຂອງທ່ານ ເຊີ່ງອາດເກີດຂື້ນໂດຍການກະທຳຂອງ ຫຼື ບໍ່ກໍ່ຕາມ. 

◼ ທ່ານເຫັນດີທີ່ຈະໃຫ້ຄວາມຮ່ວມມືຢ່າງເຕັມສ່ວນ ແລະຢ່າງສົມເຫດສົມຜົນໃນການປົກປ້ອງຂອງການຮ້ອງຟ້ອງ. 

◼ ພວກເຮົາຂໍສະຫງວນສິດທິໃນການປົກປ້ອງ ແລະ ການຄວບຄຸມ ບໍ່ບັນຫາໃດກໍ່ຕາມ ທີ່ຕິດພັນກັບການຮຽກຮ້ອງຄ່າຊົດເຊີຍແລະຄ່າເສຍຫາຍຈາກທ່ານ.

10. ການຍົກເວັ້ນຄວາມຮັບຜິດຊອບ

◼ ບໍ່ວ່າໃນກໍລະນີໃດໆ ພວກເຮົາ ຈະບໍ່ຮັບຜິດຊອບຕໍ່ການຕາຍ, ການບາດເຈັບ, ຄວາມເສຍຫາຍໂດຍທາງກົງ,ທາງອ້ອມ, ໂດຍບັງເອີນ, ເປັນພິເສດ, ທີ່ເປັນຜົນສືບເນື່ອງ ແລະ ເປັນແບບຢ່າງ ຫຼື ຄວາມເສຍຫາຍໂດຍທາງອ້ອມອື່ນໆ ຫຼື ຄ່າເສຍຫາຍທີ່ເກີດທຸກປະເພດທີ່ໄດ້ຮັບຜົນກະທົບ ຫຼື ເກີດຂື້ນໂດຍທ່ານເອງ ທີ່ມາຈາກ ຫຼື ຕິດພັນກັບ:

(i) ການເຂົ້່ານຳໃຊ້, ການນໍາໃຊ້ ຫຼື ບໍ່ສາມາດເຂົ້ານຳໃຊ້ ຫຼື ການນໍາໃຊ້ເວັບໄຊທ ຫຼື ເນື້ອຫາທີ່ນຳໃຊ້ ແລະ\ຫລື ຂໍ້ມູນຂອງເວັບໄຊທ;

(ii) ລະບົບ, ເຊີບເວີ ຫຼື ການເຊື່ອມຕໍ່ທີ່ຫຼົ້ມເຫລວ, ບັນຫາການສົ່ງຂໍ້ມູນຕໍ່ບໍ່ໃດ້, ມີການຂັດຂ້ອງ, ຫຼ້າຊ້າໃນການສົ່ງຂໍ້ມູນ, ຫຼື ບັນຫາໄວຣັດທາງຄອມພິວເຕີ;

(iii) ທຸກການນຳໃຊ້ ຫຼື ເຂົ້ານຳໃຊ້ ເວັບໄຊອື່ນທີ່ເຊື່ອມກັນກັບເວັບໄຊທນີ້, ເຖິງແມ່ນວ່າພວກເຮົາ ຫຼື ໂຕເເທນຂອງພວກເຮົາ ຫຼື ລູກຈ້າງທີ່ໄດ້ຮັບການເເຈ້ງຕໍ່ຄວາມເປັນໄປໄດ້ຂອງຄວາມເສຍຫາຍ, ການສູນເສຍ ເເລະ\ຫຼື ຄ່າໃຊ້ຈ່າຍຕ່າງໆ. ທຸກໆລີ້ງທີ່ເຊື່ອມຕໍ່ກັບເວັບໄຊທ ອື່ນໆບໍ່ແມ່ນການຮັບຮອງຂອງບັນດາເວັບໄຊທດັ່ງກ່າວແລະ ທ່ານຄວນນຳໃຊ້ເວັບໄຊທເຫຼົ່ານັ້ນໃນຄວາມສ່ຽງຂອງທ່ານເອງ.

◼ ພວກເຮົາບໍ່ມີພັນທະໃນການຕິດຕາມ,ຄວບຄຸມຫຼືຢັ້້ງຢືນເນື້ອຫາຂອງເວັບໄຊທ,ແລະດັ່ງນັ້ນຈະບໍ່ສາມາດຮຽກຮ້ອງຄວາມຮັບຜິດ ຊອບທີ່ເກີດຈາກການເຊື່ອມຕໍ່ຂອງທ່ານກັບເວັບໄຊທຂອງເຮົາ.

◼ ພວກເຮົາຍັງຂໍສະຫງວນສິດໃນການກວດກາ ເນື້ອຫາທີ່ປະກາດລົງເວັບໄຊທ, ເເກ້ໄຂ, ປະຕິເສດໃນການປະກາດ, ຍົກເລີກ

ເນື້ອຫາ, ຍົກເລີກການເຂົ້ານຳໃຊ້ເວັບໄຊທຂອງເຮົາ ຕາມສິດພຽງຜູ້ດຽວ ແລະ ເປັນສິດຂາດທຸກເວລາ,ໂດຍບໍ່ຕ້ອງມີການເເຈ້ງລ່ວງໜ້າ, ບໍ່ວ່າຈະແມ່ນເຫດຜົນໃດກໍ່ຕາມ.

◼ ພວກເຮົາປະຕິເສດ ຄວາມຮັບຜິດຊອບ ຕໍ່ກັບຄວາມເສຍຫາຍໂດຍກົງ, ໂດຍບັງເອີນ ຫຼື ການສືບເນື່ອງ ຫຼື ການສູນຫາຍໂດຍທ່ານ ທີ່ອາດເກີດຈາກການເກັບກໍາ, ການນໍາໃຊ້ ຫຼື ການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ, ລວມທັງແຕ່ບໍ່ຈໍາກັດພຽງແຕ່ການສູນເສຍ, ຫຼື ບໍ່ສາມາດດຶງເອົາຂໍ້ມູນສ່ວນຕົວ ຫຼື ຄວາມບໍ່ຖືກຕ້ອງໃນຂໍ້ມູນສ່ວນຕົວທີ່ຖືກນໍາສະເໜີ, ຖືກນໍາໃຊ້ ຫຼື ຖືກສົ່ງຕໍ່.

◼ທ່ານຄວນຢັ້ງຢືນນຳຜູ້ຂາຍຂໍ້ມູນຕ່າງໆທີລວມມີລາຄາ,ສະຖານທີ່,ເອກະສານທີ່ສໍາຄັນຕໍ່ກັບການຕັດສິນໃຈໃການຈັດຊື້ຂອງທ່ານ. 

ເວັບໄຊທຂອງພວກເຮົາຈະບໍ່ ຮັບຜິດຊອບ ແລະ ຮັບປະກັນປະສິດທິພາບຂອງລົດ, ສີນຄ້າ ຫຼື ບໍລິການທີ່ໄດ້ປະກາດລົງ ຫຼື ກຳນົດໄວ້ໃນເວັບໄຊທຂອງເຮົາ.

◼ ຂໍ້ຍົກເວັ້ນນີ້ມີຜົນສັກສິດຕາມລະບຽບກົດໝາຍເເຫ່ງ ສ.ປ.ປ. ລາວ

11. ຂໍ້ຕົກລົງທັງໝົດ

ບັນດາຂໍ້ກຳນົດເຫຼົ່ານີ້ (ແລະນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ) ປະກອບດ້ວຍເງື່ອນໄຂທັງຫມົດທີ່ໄດ້ຕົກລົງກັນລະ ຫວ່າງພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບຫົວຂໍ້ສະເພາະ ແລະ ໃຊ້ແທນ ແລະ ບໍ່ລວມເອົາ ຂໍ້ຕົກລົງຕ່າງໆກ່ອນຫນ້ານີ້, ເຊິ່ງເອົາຄວາມເຂົ້າໃຈ ຫຼື ການຕົກລົງຕ່າງໆ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນຄໍາເວົ້າ ຫຼື ເປັນລາຍລັກອັກສອນ. ບໍ່ມີການເປັນຕົວແທນ, ການດໍາເນີນການ ຫຼື ຄໍາສັນຍາໃດ ທີ່ຈະຖືກມອບໃຫ້ຮັບ ຫຼື ເອົາມາອ້າງອີງ ບໍ່ວ່າຈະເປັນທາງວາຈາ ຫຼື ເປັນລາຍລັກອັກສອນ ໃນການເຈລະຈາ ລະຫວ່າງ ພາກສ່ວນຕ່າງໆ ກ່ອນຫນ້າບັນດາຂໍ້ກຳນົດເຫຼົ່ານີ້ ເວັ້ນເສຍແຕ່ໄດ້ລະບຸໄວ້ຢ່າງຈະແຈ້ງໃນຂໍ້ກໍານົດເຫຼົ່ານີ້. ບໍ່ວ່າພາກສ່ວນໃດກໍ່ຕາມ ຈະບໍ່ມີການແກ້ໄຂກ່ຽວກັບຄໍາຖະແຫຼງທີ່ບໍ່ແມ່ນຄວາມຈິງໂດຍພາກສ່ວນອື່ນ ທີ່ຢູ່ໃຕ້ຂໍ້ກໍານົດເຫຼົ່ານີ້ (ເວັ້ນເສຍແຕ່ຄໍາຖະແຫຼງດັ່ງກ່າວນັ້ນ ໄດ້ຖືກສ້າງຂື້ນເພື່ອສໍ້ໂກງ ຫຼື ເປັນບັນຫາພື້ນຖານຕໍ່ກັບຄວາມສາມາດຂອງພາກສ່ວນນັ້ນໃນການປະຕິບັດຕາມຂໍ້ກຳນົດເຫຼົ່ານີ້), ແລະ ການຟ້ອງຮ້ອງໃນແກ້ໄຂຂໍ້ຄັດແຍ່ງຂອງພາກສ່ວນນັ້ນທີ່ເຮັດໄດ້ກໍ່ມີແຕ່ຢ່າງດຽວຄືການລະເມີດສັນຍາຕາມຂໍ້ກຳນົດສະບັບນີ້. 

12. ການມີຢູ່ຂອງຂໍ້ກໍານົດ

ໃນກໍລະນີໃດກໍ່ຕາມ, ຂໍ້ກໍານົດຂອງຂໍ້ 4 (ພັນທະຂອງຜູ້ນໍາໃຊ້), ຂໍ້ 9 (ການຊົດເຊີຍຄ່າເສີຍຫາຍ) ແລະ ຂໍ້10 (ການຍົກເວັ້ນຄວາມ ຮັບຜິດຊອບ) ຂອງຂໍ້ກໍານົດ ຈະມີຜົນສັກສິດເຖິງການສິ້ນສຸດຂອງບັນດາຂໍ້ກຳນົດທັງຫມົດ. ໃນກໍລະນີທີ່ທ່ານນໍາໃຊ້ເວັບໄຊທອີກຄັ້ງ, ບັນດາຂໍ້ກໍານົດ ເເລະ ເງື່ອນໄຂເຫຼົ່ານີ້ຈະຖືກນໍາໃຊ້ເມື່ອທ່ານກັບຄືນມານໍາໃຊ້ເວັບໄຊທອີກ.

Buy and Sell used cars in Laos - cars for sale in Laos with Evaluation report

ລົງທະບຽນໂດຍ

  ລົງທະບຽນດ້ວຍ Facebook   ລົງທະບຽນດ້ວຍ Google ລົງທະບຽນແບບຟອມ