ນະໂຍບາຍຄວາມເປັນສ່ວນຕົວ

ຍິນດີຕ້ອນຮັບສູ່ເວັບໄຊທ AutoMarche!

AutoMarche.com.la ("AutoMarche","ພວກເຮົາ","ຂອງເຮົາ","ເຮົາ") ພວກເຮົາຖືສິດຄວາມເປັນສ່ວນຕົວຂອງທ່ານຢ່າງຈິງຈັງ.

ທ່ານ, ເປັນບຸກຄົນ ຫຼື ບໍລິສັດ, ນໍາໃຊ້ເວັບໄຊທ AutoMarche ເປັນເວທີເພື່ອຈຸດປະສົງຂອງທ່ານເອງ ຫຼື ຈຸດປະສົງທາງການຄ້າ,

ໂດຍກົງ ຫຼື ທາງອ້ອມ ("ທ່ານ","ຂອງທ່ານ","ທ່ານ")

ຜູ້ຂາຍ, ເປັນບຸກຄົນ, ນາຍໜ້າຂາຍລົດ, ຕົວເເທນ, ຜູ້ຂາຍ, ຮ້ານ ທີ່ນໍາໃຊ້ເວັບໄຊທ AutoMarche ເປັນເວທີເພື່ອຈຸດປະສົງທາງການຄ້າຂອງຕົນຫຼືຜູ້ອື່ນ, ບໍ່ວ່າໂດຍກົງ ຫຼື ທາງອ້ອມ (ຜູ້ຂາຍ) ເອກະສານນີ້ສະເເດງອອກ (ສິດຄວາມເປັນສ່ວນຕົວ) ອະທິບາຍວ່າ:

(i) ຂໍ້ມູນສ່ວນຕົວທີ່ພວກເຮົາເກັບກໍາໄວ້ ແລະ ການນໍາໃຊ້ຂໍ້ມູນດັ່ງກ່າວ;

(ii) ເວລາໃດທີ່ພວກເຮົາອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ; ແລະ

(iii) ວິທີການທີ່ພວກເຮົາຮັກສາ ແລະ ປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ.

ການເເຈ້ງຄວາມເປັນສ່ວນຕົວສະເເດງຢູ່ເວັບໄຊທ (“Website”) ເເລະ ບັນດາຮູບເເບບ ຫຼື ບັນດາການບໍລິການ (ເອີ້ນວ່າ: ການບໍລິການ) ທີ່ການເເຈ້ງການນີ້ໄດ້ກ່າວເຖິງ. ໂດຍການເຂົ້າເບິ່ງເວັບໄຊທ, ໂດຍນໍາໃຊ້ບໍລິການຂອງພວກເຮົາ ແລະ/ຫຼື ລົງທະບຽນເປັນບັນຊີສະມາຊິກ, ທ່ານໄດ້ເຫັນດີຕາມຂໍ້ກໍານົດ ແລະ ເງື່ອນໄຂຂອງການນໍາໃຊ້ລະບຽບຄວາມເປັນສ່ວນຕົວ. ຖ້າທ່ານບໍ່ເຫັນດີ, ກະລຸນາຢ່ານໍາໃຊ້ ຫຼື ເຂົ້າເບີ່ງເວັບໄຊທຂອງພວກເຮົາ.

ຂໍ້ມູນຄວາມເປັນສ່ວນຕົວ ຂອງທ່ານສໍາຄັນຫຼາຍສໍາລັບພວກເຮົາ. ພວກເຮົາຈະບໍ່ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານຕໍ່ບຸກຄົນທີສາມ ໃນຈຸດປະສົງການຕະຫຼາດຫາກບໍ່ມີຄວາມເຫັນດີຂອງທ່ານ. ກະລຸນາອ່ານນະໂບຍາຍຄວາມເປັນສ່ວນຕົວເພື່ອສຶກສາເພີ່ມເຕີມກ່ຽວກັບການປົກປ້ອງຂໍ້ມູນສ່ວນຕົວຂອງທ່ານຈາກພວກເຮົາ.

1. ການເກັບຂໍ້ມູນສ່ວນຕົວ.

ເມື່ອທ່ານເຂົ້າເບິ່ງເວັບໄຊທ, ທ່ານອາດຈະສະໜອງຂໍ້ມູນສອງປະເພດໃຫ້ເຮົາ ເຊັ່ນ: (1) ຂໍ້ມູນສ່ວນຕົວ, ທ່ານຮັບຮູ້ວ່າຂໍ້ມູນສ່ວນຕົວຈະຖືກເປີດເຜີຍໂດຍພື້ນຖານ; ແລະ (2) ຂໍ້ມູນການນໍາໃຊ້ເວັບໄຊທ, ທີ່ເກັບກໍາເມື່ອທ່ານ ແລະ ຜູ້ອື່ນເຂົົ້າເບິ່ງເວັບໄຊທຂອງພວກເຮົາ.

1.1 ຂໍ້ມູນສ່ວນຕົວທີ່ທ່ານເລືອກທີ່ຈະສະໜອງໃຫ້.

◼ ຂໍ້ມູນການລົງທະບຽນ.

ເມື່ອທ່ານລົງທະບຽນນໍາໃຊ້ການບໍລິການຂອງພວກເຮົາ, ທ່ານສະໜອງຂໍ້ມູນກ່ຽວກັບທ່ານເອງ ເຊັ່ນ: ຊື່, ທີ່ຢູ່, ເບີໂທລະສັບ, ອີເມວຂອງທ່ານ ເມື່ອພວກເຮົາຢືນຢັນທ່ານ ຫຼື ບັນຊີຂອງທ່ານ, ພວກເຮົາອາດຈະເກັບກໍາ, ປະມວນຜົນຂໍ້ມູນເພື່ອຢືນຢັນຕົວຕົນຂອງທ່ານ ຫຼື ບັນຊີຂອງທ່ານ, ຫຼື ເພື່ອຂໍການຢືນຢັນຂໍ້ມູນທີ່ທ່ານໄດ້ສະໜອງໃຫ້ພວກເຮົາ.

◼ ຂໍ້ມູນຈາກເເຫຼ່ງສື່ສັງຄົມອອນລາຍ.

ເມື່ອທ່ານນໍາໃຊ້ສື່ສັງຄົມອອນລາຍເພື່ອລົງທະບຽນບັນຊີຂອງທ່ານ, ການເເບ່ງປັນຂໍ້ມູນ ຫຼື ການເຊື່ອມໂຍງກັບບັນຊີຂອງທ່ານ, ບັນ ດາເເຫຼ່ງຂໍ້ມູນດັ່ງກ່າວ ອາດອະນຸຍາດເເບບອັດຕະໂນມັດໃຫ້ພວກເຮົາສາມາດເຂົ້າເຖິງບາງຂໍ້ມູນສ່ວນຕົວຂອງທ່ານ (ຕົວຢ່າງ: ສິ່ງທີ່ທ່ານເບິ່ງ, ເນື້ອໃນທີ່ທ່ານມັກ, ຂໍ້ມູນການໂຄສະນາທີ່ສະເເດງໃຫ້ທ່ານເຫັນ ຫຼື ໄດ້ກົດເບິ່ງ ແລະ ອື່ນໆ).
ການຄວບຄຸມຂໍ້ມູນສ່ວນຕົວຂອງທ່ານທີ່ເຮົາສາມາດເຂົ້າເຖິງໄດ້ເເມ່ນຂຶ້ນກັບການຕັ້ງຄ່າຄວາມເປັນສ່ວນຕົວຂອງທ່ານຢູ່ບັນດາສື່ສັງຄົມອອນລາຍຕ່າງໆຂອງທ່ານ. ທ່ານໃຫ້ພວກເຮົາສາມາດເຂົ້າເຖິງໄດ້ເມື່ອອະນຸຍາດໃຫ້ເຂົ້າເຖິງຂໍ້ມູນທີ່ສື່ສັງຄົມອອນລາຍເກັບຮັກສາໄວ້ ທ່ານເຫັນດີວ່າພວກເຮົາອາດຈະເກັບກຳ, ນໍາໃຊ້ ແລະ ຮັກສາຕາມລະບຽບການຄວາມເປັນສ່ວນຕົວສະບັບນີ້.

◼ ຂໍ້ມູນປະຫວັດສ່ວນຕົວ.

ຂໍ້ມູນປະຫວັດສ່ວນຕົວອື່ນໆ ເເມ່ນສີ່ງທີ່ທ່ານສະໝັກໃຈເປີດເຜີຍ ໃນໜ້າປະຫວັດສ່ວນຕົວຂອງທ່ານທີ່ບໍ່ໄດ້ຖືກຮຽກຮ້ອງເມື່ອລົງທະບຽນ.
ເມື່ອທ່ານຕິດຕໍ່ພວກເຮົາ, ໂດຍຜ່ານເເບບຟອມສອບຖາມ, ກ່ອງເເຊັດ (chatbot), ການເເກ້ໄຂຂໍ້ຂັດເເຍ້ງ ຫຼື ການສື່ສານລະຫວ່າງທ່ານ ເເລະ ພວກເຮົາ, ພວກເຮົາຍັງອາດຈະບັນທຶກການສົນທະນາທາງໂທລະສັບກັບທ່ານ (ຖ້າພວກເຮົາໄດ້ຮັບຄວາມຍິນຍອມຈາກທ່ານ).

1.2 ຂໍ້ມູນການນໍາໃຊ້ເວັບໄຊທ.

ຄືກັນກັບເວັບໄຊທການຄ້າອື່ນໆ, ພວກເຮົາໃຊ້ Cookies, web beacons, web server log files ແລະ ບັນດາເຕັກໂນໂລຢີທີ່ເປັນມາດຕະຖານອື່ນໆ ໃນການເກັບກໍາຂໍ້ມູນສໍາລັບການນໍາໃຊ້ເວັບໄຊທຂອງທ່ານ. ຂໍ້ມູນທີ່ໄດ້ຖືກເກັບກໍາຈາກບັນດາສີ່ງທີ່ກ່າວມາຂ້າງເທິງນັ້ນອາດລວມມີຂໍ້ມູນກ່ຽວກັບ ວັນ ແລະ ເວລາ ໃນການເຂົ້າເບິ່ງ, ໜ້າທີ່ເຂົ້າເບິ່ງ, ໄລຍະເວລາທີ່ໃຊ້ການເຂົ້າເບິ່ງ, ແລະ ເວັບໄຊທທີ່ທ່ານເຂົ້າເບິ່ງກ່ອນ ຫຼື ຫຼັງເວັບໄຊທຂອງພວກເຮົາ.

2. ຄຸກກີ້ (Cookies).

◼ ນໍາໃຊ້ຄຸກກີ້(Cookies) ແມ່ນເພື່ອຕິດຕາມ ການເຂົ້າເບີ່ງເວັບໄຊທ ແລະ ເພື່ອລວບລວມຂໍ້ມູນ ໃນແຕ່ລະພວກສ່ວນຕ່າງໆຂອງເວັບໄຊທທີ່ໄດ້ເຂົ້າເບິ່ງ, ແລະ ຂໍ້ມູນການນໍາໃຊ້ເວັບໄຊທ ເເບບອື່ນໆ.

◼ ຂໍ້ມູນທີ່ຖືກລວບລວມກ່ອນໜ້າການໃຊ້ງານ ແລະ ບໍ່ໄດ້ລວມກັບຂໍ້ມູນສ່ວນຕົວອື່ນໆ. ເວັບໄຊທໄດ້ນຳໃຊ້ຄຸກກີ້ເພື່ອໃຫ້ບໍລິການທ່ານຢ່າງມີປະສິດທິພາບ ເມື່ອທ່ານກັບຄືນມາເຂົ້າເບິ່ງເວັບໄຊທອີກຄັ້ງ.

◼ ໂຕຊ່ວຍຄົ້ນຫາ (Browser) ທີ່ຖືກຕັ້ງໃຫ້ຍອມຮັບຄຸກກີ້. ເເຕ່ເຖິງເເນວໃດກໍ່ຕາມ, ທ່ານສາມາດປັບຄ່າໃຫ້ປະຕິເສດທຸກໆຄຸກກີ້ ຫຼື ການເເຈ້ງໃຫ້ທ່ານຮູ້ເມື່ອທ່ານໄດ້ຮັບຄຸກກີ້ ເເລະ ທ່ານຈະມີໂອກາດເພື່ອຮັບເອົາ ຫຼື ປະຕິເສດໃນແຕ່ລະກໍລະນີ.

◼ ເຖິງຢ່າງໃດກໍຕາມ, ກະລຸນາຮັບຮູ້ໄວ້ວ່າ ບາງພາກສ່ວນຂອງການບໍລິການຂອງເວັບໄຊທ ອາດບໍ່ເຮັດວຽກເຕັມສ່ວນຫາກທ່ານປະຕິເສດບໍ່ຮັບເອົາຄຸກກີ້.

3. ເວັບເບຄ້ອນ (Web Beacons).

◼ ເພື່ອຊ່ວຍພວກເຮົາສາມາດຕິດຕາມຈໍານວນຜູ້ເຂົ້ານຳໃຊ້ແຕ່ລະໜ້າຂອງເວັບໄຊທ ຫຼື ບັນຊີລາຍການຂອງເວັບໄຊທຂອງພວກເຮົາ, ແລະ ຕິດຕາມການຕອບສະໜອງຂອງຜູ້ໃຊ້ຕໍ່ກັບໂຄສະນາ, ພວກເຮົາອາດເຊື່ອມຕໍ່ກັບເວັບໄຊທຂອງບຸກຄົນທີສາມ, ພວກເຮົາອາດຕິດຕັ້ງໄຟລຂະໜາດນ້ອຍທີ່ເອີ້ນວ່າ ເວັບເບຄ້ອນ (Web Beacons)ໃນບາງໜ້າຂອງເວັບໄຊທຂອງພວກເຮົາ ຫຼື ບັນດາລາຍການ ເເລະ ໂຄສະນາທີ່ພວກເຮົາແຈກຢາຍ.

◼ ພວກເຮົາອາດຕິດຕັ້ງເວັບເບຄ້ອນກັບອີເມວທີ່ພວກເຮົາສົ່ງໃຫ້ທ່ານ. ເມື່ອທ່ານເປີດ ຫຼື ກົດລິ້ງພາຍໃນອີເມວດັ່ງກ່າວ, ພວກເຮົາຕິດຕາມຜ່ານຂໍ້ມູນການກົດລິ້ງ ເພື່ອຊ່ວຍໃຫ້ພວກເຮົາເຂົ້າໃຈເຖິງ ຄວາມສົນໃຈຂອງທ່ານໃນແຕ່ລະຫົວຂໍ້ ແລະ ປະເມີນປະສິດທິພາບໃນການສື່ສານຂອງເຮົາກັບທ່ານ. ຖ້າທ່ານບໍ່ຢາກຖືກຕິດຕາມ, ທ່ານບໍ່ຄວນເປີດອີເມວດັ່ງກ່າວ ຫຼື ກົດລິ້ງຂໍ້ຄວາມ ຫຼື ຮູບພາບຕາມລີ້ງໃນອີເມວ.

4. ການໃຊ້ບໍລິການຢູ່ເວັບໄຊທ AutoMarche.

◼ ເມື່ອທ່ານກໍາລັງໃຊ້ບໍລີການເວັບໄຊທ, ທ່ານຈະສະໜອງຂໍ້ມູນສ່ວນຕົວ, ເຊັ່ນ: ຊື່ແລະນາມສະກຸນ, ທີ່ຢູ່, ເບີໂທລະສັບ, ອີເມວ ເເລະ ບັນດາຂໍ້ມູນທີ່ກ່ຽວຂ້ອງກັບບັດປະຈໍາຕົວ ຫຼື ໃບຂັບຂີ່, ເລກທະບຽນລົດ,ໄລຍະທາງການນໍາໃຊ້ລົດ , ຊື່ຍີ່ຫໍ້ຂອງລົດ ແລະ ລຸ້ນຂອງລົດ, ລະຫັດຜ່ານບັນຊີເວັບໄຊທ ແລະ ອື່ນໆ ເພື່ອໃຫ້ພວກເຮົາສາມາດໃຫ້ບໍລິການທ່ານ. ຂໍ້ມູນນີ້ອາດສົ່ງຕໍ່ໃຫ້ບຸກທີສາມ ໂດຍໄດ້ຮັບຄວາມຍິນຍອມຈາກທ່ານ.

◼ ການປະເມີນມູນຄ່າ -ທ່ານຕ້ອງສະໜອງລາຍລະອຽດຂໍ້ມູນລົດຂອງທ່ານເພື່ອສາມາດປະເມີນມູນຄ່າ. ອາດຜ່ານການລົງທະບຽນເລກປ້າຍລົດ, ໄລຍະທາງການນໍາໃຊ້ລົດ, ເເລະ/ຫຼື ລາຍລະອຽດອື່ນໆຂອງລົດທ່ານ ເຊັ່ນ: ຊື່ຍີ່ຫໍ້ລົດ ແລະ ລຸ້ນຂອງລົດ.

◼ ການບໍລິການຕອບເເຊັດ -ທ່ານຕ້ອງໃຊ້ການບໍລິການຕອບເເຊັດເພື່ອສື່ສານລະຫ່ວາງຜູ້ຂາຍ ແລະ ຜູ້ຊື້ (“Chat Service”). ທ່ານອາດຕ້ອງໄດ້ເປີດເຜີຍ ຊື່, ອີເມວ, ທີ່ຢູ່ ຫຼື ຂໍ້ມູນສ່ວນຕົວອື່ນໆຂອງທ່ານ ເພື່ອຂໍເບິ່ງລົດຕົວຈິງ.

◼ ເອກະສານ -ພວກເຮົາສະໜອງບັນດາເອກະສານດັ່ງລຸ່ມນີ້ ເພື່ອສະໜັບສະໜູນການຮ່າງສັນຍາລະຫ່ວາງ ຜູ້ຊື້ ແລະ ຜູ້ຂາຍເພື່ອສາມາດຈົດທະບຽນລົດ (“Documents Service”).

(i) ໃບຊື້-ຂາຍ

(ii) ໃບຮັບປະກັນລົດ

(iii) ໃບຢັ້ງຢືນທີຢູ່

ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ FAQ and Tips.

◼ ທ່ານອາດເປີດເຜີຍຊື່, ອີເມວ, ທີ່ຢູ່ ແລະ ບັນດາຂໍ້ມູນສ່ວນຕົວຂອງທ່ານເພື່ອອອກເອກະສານເຫຼົ່ານີ້.

5. ຂໍ້ມູນເພີ່ມເຕີມ.

◼ ຖ້າທ່ານເລືອກທີ່ຈະຊື້ ຫຼື ຂາຍລົດຜ່ານເວັບໄຊທ, ພວກເຮົາຈະໄດ້ເກັບກໍາຂໍ້ມູນກ່ຽວກັບພຶດຕິກໍາການຊື້ ແລະ ການຂາຍຂອງທ່ານ. ທຸກໆການສົນທະນາ ຫຼື ການສື່ສານທາງອີເມວຈະຖືກບັນທຶກໄວ້. ພະນັກງານຂອງພວກເຮົາຈະສາມາດເຂົ້າເຖິງ ແລະ ປະມວນຜົນທຸກຂໍ້ມູນສ່ວນຕົວຂອງທ່ານທີ່ໄດ້ເປີດເຜີຍເມື່ອທ່ານໄດ້ໃຊ້ບໍລິການຕອບເເຊັດ ຫຼື ຜ່ານເເບບຟອມອອນລາຍວ່າ ທ່ານໄດ້ສື່ສານກັບໃຜແດ່ ແລະ ຈະຖືກເກັບກຳໄວ້ໃຫ້ພວກເຮົາ.

◼ ພວກເຮົາຍັງເກັບຂໍ້ມູນຄວາມເຫັນ ຈາກຜູ້ໃຊ້ບໍລິການອື່ນກ່ຽວກັບທ່ານໄວ້ຢູ່ບ່ອນຕິຊົມ. ຖ້າຫາກທ່ານເລືອກຈະສົ່ງຂໍ້ຄວາມຢູ່ໜ້າເວັບໄຊທ ຫຼື ໃຫ້ຄໍາຄິດເຫັນກ່ຽວກັບຜູ້ໃຊ້ອື່ນ, ພວກເຮົາຈະບັນທຶກຂໍ້ມູນດັ່ງກ່າວໄວ້. ພວກເຮົາຮັກສາຂໍ້ມູນຈໍາເປັນດັ່ງກ່າວເພື່ອເເກ້ໄຂຂໍ້ຂັດເເຍ້ງ, ໃຫ້ການສະໜັບສະໜູນລູກຄ້າ ແລະ ເເກ້ໄຂບັນຫາຕາມກົດໝາຍ. ຖ້າທ່ານສົ່ງການຕິດຕໍ່ໂດຍສ່ວນຕົວ ເຊັ່ນ: ອີເມວ, ຈົດໝາຍ ຫຼື ຫາກມີຜູ້ໃຊ້ອື່ນໆ ຫຼື ບຸກຄົນທີສາມສົ່ງການຕິດຕໍ່ກ່ຽວກັບກິດຈະກໍາຂອງທ່ານ ຫຼື ສະເເດງອອກລົງໃນເວັບໄຊທ, ພວກເຮົາອາດຈະເກັບຂໍ້ມູນດັ່ງກ່າວໄວ້ເປັນໄຟລສະເພາະສໍາລັບທ່ານ.

6. ການເຂົ້າເຖິງຂໍ້ມູນສ່ວນຕົວ.

◼ ທ່ານສາມາດເຂົ້າເຖິງ ແລະ ເເກ້ໄຂຂໍ້ມູນສ່ວນຕົວຂອງທ່ານ.

◼ ທ່ານສາມາດເບິ່ງ, ກວດຄືນ ແລະ ປ່ຽນເເປງຂໍ້ມູນສ່ວນຕົວໂດຍເຂົ້າໄປບັນຊີຂອງທ່ານ. ກະລຸນາອັບເດດຂໍ້ມູນສ່ວນຕົວຂອງທ່ານທັນທີຫາກມີການປ່ຽນເເປງ ຫຼື ເຫັນວ່າບໍ່ຖືກຕ້ອງ.

◼ ຫຼັງຈາກທ່ານປະກາດໂພສລົດຂອງທ່ານລົງ, ທ່ານສາມາດກວດຄືນ, ປ່ຽນເເປງ ແລະ ລົບລ້າງຂໍ້ມູນໂດຍການເຂົ້າສູ່ລະບົບບັນຊີຂອງທ່ານ. ຕາມການຮ້ອງຂໍຂອງທ່ານ, ພວກເຮົາຈະປິດ ຫຼື ລົບລ້າງຂໍ້ມູນສ່ວນຕົວຂອງທ່ານຈາກການເຂົ້າເບິ່ງຂອງຜູ້ໃຊ້ອື່ນໆ ໄວເທົ່າທີ່ຈະເປັນໄປໄດ້ຢ່າງມີເຫດຜົນ ໂດຍອີງຕາມກິດຈະກໍາການເຄື່ອນໄຫວບັນຊີຂອງທ່ານ.

◼ ພວກເຮົາຈະຮັກສາສິດການເຂົ້າເຖິງ, ການປ່ຽນເເປງ ຫຼື ການລົບຂໍ້ມູນສ່ວນຕົວຂອງທ່ານ. ພວກເຮົາຈະປະຕິບັດຕາມການຮ້ອງຂໍຂອງທ່ານ.

◼ ເພື່ອຕິດຕໍ່ພວກເຮົາກ່ຽວກັບການເຂົ້າເຖິງບັນຊີຂອງທ່ານ, ກະລຸນາຕິດຕໍ່ຊ່ອງທາງທີ່ກ່າວມາຂ້າງເທິງ.

7. ຄວາມປອດໄພ.

ພວກເຮົາປົກປ້ອງຂໍ້ມູນຂອງທ່ານໂດຍນໍາໃຊ້ມາດຕະການຄວາມປອດໄພດ້ານເຕັກນິກ ແລະ ດ້ານການບໍລິຫານ. ການຮັກສາ ຄວາມປອດໄພຂອງເຮົາກວມເອົາການສ້າງກໍາເເພງປ້ອງກັນ (firewalls), ການເຂົ້າລະຫັດຂໍ້ມູນ, ການເຂົ້າເຖິງສູນຄວບຄຸມຕົວເລກຂໍ້ມູນ ເເລະ ການຄວບຄຸມສິດອະນຸຍາດໃນການເຂົ້າເຖິງຂໍ້ມູນ. ຖ້າທ່ານຄິດວ່າບັນຊີຂອງທ່ານໄດ້ຖືກນຳໃຊ້ໂດຍບໍ່ຖືກຕ້ອງ ກະລຸນາໃຫ້ທ່ານຕິດຕໍ່ຫາ ພວກເຮົາ.

8. ການນໍາໃຊ້ແລະຮັກສາຂໍ້ມູນສ່ວນຕົວຂອງທ່ານ.

◼ ພວກເຮົາໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອສະໜອງ, ປັບປຸງ ແລະ ດັດປັບການບໍລິການໃຫ້ເເທດເໝາະກັບທ່ານ.

ຈຸດປະສົງຕົ້ນຕໍຂອງພວກເຮົາແມ່ນເພື່ອໃຫ້ບໍລິການທີ່ປອດໄພ, ມີປະສິດທິພາບ, ຄ່ອງແຄ້ວ, ປັບດັດການບໍລິການໃຫ້ເໝາະສົມ. ສິ່ງນີ້ຊ່ວຍໃຫ້ພວກເຮົາສາມາດໃຫ້ບໍລິການ ແລະ ມີຄຸນລັກສະນະທີ່ຕອບສະໜອງຄວາມຕ້ອງການຂອງທ່ານ, ພ້ອມທັງເຮັດໃຫ້ມີ

ປະສົບການນໍາໃຊ້ເວັບໄຊທທີ່ປອດໄພ ເເລະ ງ່າຍກວ່າເກົ່າ.

◼ ຂໍ້ມູນສ່ວນຕົວຂອງທ່ານຊ່ວຍເຮົາໃຫ້:

(i) ໃຫ້ທ່ານສາມາດເຂົ້້າເຖິງ ແລະ ນໍາໃຊ້ບໍລິການຂອງພວກເຮົາ ພ້ອມທັງເຂົ້າເຖິງປະຫວັດຂອງທ່ານ, ການສື່ສານພາຍໃນ ແລະ ຄຸນລັກສະນະອື່ນໆ ທີ່ພວກເຮົາອາດສະໜອງໃຫ້;

(ii) ສະເໜີເນື້ອໃນໃຫ້ແກ່ທ່ານທີ່ຮ່ວມລາຍການ ແລະ ການບໍລິການທ່ານອາດຈະມັກ;

(iii) ດັດປັບ, ວັດຜົນ ແລະ ປັບປຸງການບໍລິການຕ່າງໆຂອງພວກເຮົາ; ແລະ

(iv) ສະໜອງການໃຫ້ບໍລິການອື່ນໆ ທີ່ທ່ານຮ້ອງຂໍຕາມການເເຈ້ງບອກ ຂະນະທີ່ພວກເຮົາເກັບກໍາຂໍ້ມູນ.

◼ ພວກເຮົາໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນການຕິດຕໍ່ກັບທ່ານກ່ຽວກັບບັນຊີຂອງທ່ານ.

◼ ພວກເຮົາອາດຈະຕິດຕໍ່ທ່ານຜ່ານອີເມວ, ໂທລະສັບ ຫຼື ຂໍ້ຄວາມສັ້ນ SMS:

(i) ເພື່ອໃຫ້ການຊ່ວຍເຫຼືອກ່ຽວກັບບັນຊີລູກຄ້າຂອງທ່ານໃນການເເກ້ໄຂບັນຫາ, ຂໍ້ຂັດຂັດເເຍ່ງ ແລະ ຂໍ້ຄິດເຫັນຂອງທ່ານ ຜ່ານການສໍາຫຼວດ;

(ii) ສໍາລັບເຫດຜົນອື່ນໆ ເຊັ່ນ: ການບັງຄັບການໃຊ້ຂໍ້ກໍານົດ ແລະ ເງື່ອນໄຂການເບີ່ງໃຊ້ຂອງພວກເຮົາ.

◼ ພວກເຮົາໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອສ້າງກິດຈະກໍາການຕະຫຼາດແບບສະເພາະທີ່ກວມເອົາ:

(i) ສ້າງ, ປະເມີນ, ແລະ ຍົກລະດັບການໂຄສະນາຂອງພວກເຮົາ ແລະ ບໍລິສັດທີ່ກ່ຽວຂ້ອງຂອງພວກເຮົາ;

(ii) ຕິດຕໍ່ທ່ານບໍ່ວ່າຈະຜ່ານທາງອີເມວ, ໂທລະສັບ, ຂໍ້ຄວາມສັ້ນ ຫຼື ຈົດໝາຍ ເພື່ອສະເໜີສ່ວນຫຼຸດ, ກິດຈະກໍາສົ່ງເສີມການຂາຍເເບບພິເສດ ແລະ ໃຫ້ຂໍ້ມູນກ່ຽວກັບການບໍລິການຂອງພວກເຮົາ ແລະ ບໍລິສັດທີ່ກ່ຽວຂ້ອງ(ຖ້າຫາກທ່ານຍິນຍອມ). ທ່ານອາດຈະຕ້ອງໄດ້ເສຍຄ່າບໍລິການໃນການສົ່ງຂໍ້ຄວາມ ແລະ ດາຕ້າ, ແລະ

(iii) ນໍາສົ່ງການຕະຫຼາດທີ່ເປັນເປົ້າໝາຍ, ອັບເດດການບໍລິການ, ສະເໜີການສົ່ງເສີມທາງການຕະຫຼາດ, ລວມທັງ

ບັນດາບໍລິສັດທີ່ກ່ຽວຂ້ອງກັບພວກເຮົາ.

◼ ພວກເຮົາໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອເຫດຜົນໃນການປະຕິບັດຕາມລະບຽບກົດໝາຍ:

(i) ປົກປ້ອງ, ສະກັດກັ້ນ, ຫຼຸດຜ່ອນ, ສອບສວນການສໍ້ໂກງ, ການລະເມີດຄວາມປອດໄພ, ບັນດາຄວາມສ່ຽງທີ່ອາດເປັນສິ່ງຕ້ອງຫ້າມ ຫຼື ກິດຈະກໍາທີ່ຜິດກົດໝາຍ; ແລະ

(ii) ບັງຄັບໃຊ້ນະໂຍບາຍຄວາມເປັນສ່ວນຕົວ ຂໍ້ກຳນົດ ແລະ ເງື່ອນໄຂ ຫຼື ນະໂຍບາຍອື່ນໆ.

◼ ການຮັກສາຂໍ້ມູນສ່ວນຕົວ.

ຖ້າຫາກບັນຊີຂອງທ່ານໃຊ້ໄດ້ປົກກະຕິ, ພວກເຮົາຈະຮັກສາຂໍ້ມູນຂອງທ່ານຕາບໃດທີ່ພວກເຮົາຕ້ອງການສໍາລັບການປະຕິບັດວຽກຂອງພວກເຮົາ. ພວກເຮົາອາດຮັກສາຂໍ້ມູນສ່ວນຕົວຈາກບັນຊີທີ່ໄດ້ປິດແລ້ວເພື່ອປະຕິຕາມກົດໝາຍຂອງປະເທດ, ຢຸດຕິການສໍ້ໂກງ, ເກັບຄ່າບໍລິການທີ່ບໍ່ທັນໄດ້ຊໍາລະ, ຊ່ວຍເຫຼືອການສືບສວນຕ່າງໆ, ບັງຄັບການໃຊ້ຂໍ້ກໍານົດ ແລະ ເງື່ອນໄຂການນໍາໃຊ້ ແລະ ດຳເນີນການອື່ນໆພາຍໃຕ້ກົດໝາຍເເຫ່ງຊາດທີ່ສາມາດໃຊ້ໄດ້. ຖ້າຫາກພວກເຮົາບໍ່ຕ້ອງການຂໍ້ມູນຂອງທ່ານອີກແລ້ວ, ພວກເຮົາຈະກໍາຈັດຢ່າງປອດໄພ.

9. ທາງເລືອກ.

ຖ້າເປັນໄປໄດ້, ພວກເຮົາຈະເເຈ້ງວ່າຈໍາເປັນຕ້ອງມີຂໍ້ມູນໃດ ແລະ ຂໍ້ມູນໃດທີ່ເປັນທາງເລືອກ. ທ່ານສາມາດມີທາງເລືອກວ່າຈະບໍ່ສະໜອງຂໍ້ມູນໂດຍເລືອກບໍ່ໃຊ້ບໍລິການສະເພາະໃດໜຶ່ງ ຫຼື ຄຸນລັກສະນະຂອງເວັບໄຊທ.

10. ການສື່ສານທາງການຕະຫຼາດ.

ຖ້າຫາກທ່ານບໍ່ຢາກຮັບການສື່ສານຈາກ: (ກ) ຂໍ້ຄວາມກ່ຽວກັບການບໍລິການຕ່າງໆຂອງເຮົາ; ເເລະ (ຂ) ອັບເດດງານຕ່າງໆ ຫຼື ການສົ່ງເສີມການຂາຍຈາກພວກເຮົາ, ທ່ານສາມາດຍົກເລີກຜ່ານລິ້ງໃນອີເມວທີ່ທ່ານໄດ້ຮັບ ຫຼື ປ່ຽນຄວາມຕ້ອງການໂດຍການເຂົ້າສູ່ລະບົບບັນຊີຂອງທ່ານ.

11. ການເປີດເຜີຍ.

◼ ພວກເຮົາອາດເເບ່ງປັນຂໍ້ມູນສ່ວນຕົວຂອງທ່ານກັບບໍລິສັດທີ່ກ່ຽວຂ້ອງຂອງພວກເຮົາ ເເລະ ບຸກຄົນທີສາມເພື່ອສະໜອງບັນດາການບໍລິການ, ປະຕິບັດຕາມກົດໝາຍ, ບັງຄັບໃຊ້ນະໂຍບາຍຂອງພວກເຮົາ, ປະຕິບັດການຕະຫຼາດ ແລະ ກິດຈະກໍາໂຄສະນາຂອງພວກເຮົາ ແລະ ບັນດາໜ້າວຽກທີ່ກ່ຽວພັນກັບບໍລິສັດທີ່ກ່ຽວຂ້ອງ ຫຼື ເພື່ອການປ້ອງກັນ, ກວດກາ, ຫຼຸດຜ່ອນ, ສືບສວນການສໍ້ໂກງ ຫຼື ບັນດາການກະທໍາທີ່ຜິດກົດໝາຍອື່ນໆ.

◼ AutoMarche ສັນຍາວ່າພວກເຮົາຈະບໍ່ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານກັບບຸກຄົນທີສາມເພື່ອຈຸດປະສົງທາງການຕະຫຼາດ ໂດຍປາສະຈາກຄວາມຍິນຍອມຢ່າງຈະເເຈ້ງຈາກທ່ານ.

◼ ພວກເຮົາອາດເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໂດຍປະຕິບັດຕາມການບັງຄັບໃຊ້ກົດໝາຍ ຫຼື ຝ່າຍອື່ນໆທີ່ຕິດພັນກັບ

ລະບຽບກົດໝາຍ, ລວມທັງ :

(i) ການບັງຄັບໃຊ້ກົດໝາຍ ຫຼື ບັນດາອົງການຈັດຕັ້ງຂອງລັດ ຫຼື ບຸກຄົນທີສາມທີ່ໄດ້ຮັບອະນຸມັດ, ໃນການຕອບຕໍ່ຄໍາຮ້ອງຂໍກ່ຽວກັບການສອບສວນຄະດີອາດຍາກໍາ, ການກ່າວຫາ, ກິດຈະກໍາທີ່ຖືກສົງໃສວ່າຜິດກົດໝາຍ, ຫຼື ກິດຈະກໍາອື່ນໆທີ່ອາດຈະເປີດເຜີຍພວກເຮົາ, ທ່ານ ຫຼື ໃຜກໍ່ຕາມທີ່ເປັນຜູ້ນໍາໃຊ້ຈະມີຄວາມສ່ຽງດ້ານກົດໝາຍ;

(ii) ບຸກຄົນທີສາມທີ່ເລີ່ມຕົ້ນ ຫຼື ມີສ່ວນຮ່ວມໃນການດໍາເນີນຄະດີຕາມກົດໝາຍຖ້າຫາກວ່າພວກເຂົາສະໜອງໃຫ້ພວກເຮົາ ເຊັ່ນ: ໝາຍຮຽກ, ຄໍາສັ່ງຂອງສານ ຫຼື ເອກະສານທາງກົດໝາຍທີ່ຄ້າຍຄືກັນ; ເເລະ

(iii) ບຸກຄົນທີສາມຕ້ອງປະຕິບັດຕາມຂໍ້ຮຽກຮ້ອງຕາມກົດໝາຍ, ບັງຄັບໃຊ້ຂໍ້ກໍານົດ ແລະ ເງື່ອນໄຂການນໍາໃຊ້,ການຕອບສະໜອງຕາມຄໍາຮ້ອງວ່າບັນດາເນື້້ອໃນໄດ້ລະເມີດສິດຂອງຜູ້ອື່ນ,ຫຼືຖ້າຫາກພວກເຮົາເຊື່ອໂດຍສຸດຈະລິດວ່າການເປີດເຜີຍຂໍ້ມູນແມ່ນສິ່ງຈໍາເປັນເພື່ອປ້ອງກັນຄວາມເສຍຫາຍທາງຮ່າງກາຍ, ຊັບສິນ, ການເງີນ ຫຼື ລາຍງານກິດຈະກໍາທີ່່ສົງໃສວ່າຜິດກົດໝາຍ.

12. ການຍິນຍອມຂອງທ່ານ.

ໂດຍການນໍາໃຊ້ເວັບໄຊທຂອງພວກເຮົາ, ທ່ານຍິນຍອມໃນການເກັບກຳຂໍ້ມູນ ແລະ ການນໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນການເປີດເຜີຍໂດຍເວັບໄຊທ AutoMarche. ພວກເຮົາສະຫງວນສິດໃນການປ່ຽນເເປງນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ຕາມແຕ່ລະໄລຍະເພື່ອສະທ້ອນໃຫ້ເຫັນການປ່ຽນເເປງໃນກົດໝາຍ, ການເກັບຂໍ້ມູນ ແລະ ການປະຕິບັດຕົວຈິງໃນການນໍາໃຊ້, ຄຸນລັກສະນະການບໍລິການ ຫຼື ເຕັກໂນໂລຢີຊັ້ນນໍາຂອງພວກເຮົາ. ກະລຸນາຕິດຕາມໜ້າເວັບໄຊທນີ້ຂອງພວກເຮົາສໍາລັບການປ່ຽນເເປງໃນເເຕ່ລະໄລຍະ.ການນໍາໃຊ້ຂໍ້ມູນທີ່ພວກເຮົາເກັບກຳມາເເມ່ນອີງຕາມນະໂຍບາຍຄວາມເປັນສ່ວນຕົວທີ່ມີຜົນຕໍ່ໄລຍະຂອງຂໍ້ມູນຖືກນໍາໃຊ້. ຖ້າຫາກພວກເຮົາປ່ຽນເເປງໃດໆໃນຂໍ້ກໍານົດ, ພວກເຮົາຈະປະກາດລົງທີ່ນີ້. ກະລຸນາກວດຄືນການປ່ຽນເເປງໂດຍລະອຽດ. ການທີ່ທ່ານສືບຕໍ່ນໍາໃຊ້ບໍລິການເວັບໄຊທ ຂອງພວກເຮົາ ເເມ່ນສະເເດງວ່າທ່ານຍິນຍອມໃນການປ່ຽນເເປງສີ່ງຕ່າງໆທີ່ເກີດຂຶ້ນ. ທ່ານຕ້ອງຈື່ໄວ້ສະເໝີວ່າ ທ່ານອາດຂຽນຈົດໝາຍເຖິງພວກເຮົາເພື່ອຖອດຖອນຄວາມຍິນຍອມໃນການໃຊ້ຂໍ້ມູນສ່ວນຕົວຂອງທ່ານໄດ້ຕະຫຼອດເວລາ, ໃນກໍລະນີທີ່ທ່ານຢາກໃຫ້ເວັບໄຊທ AutoMarche ຢຸດການນໍາໃຊ້ຂໍ້ມູນຂອງທ່ານອີກຕໍ່ໄປ. ເເຖິງຢ່າງໃດກໍຕາມ ກະລຸນະຈື່ໄວ້ວ່າເວັບໄຊທ AutoMarche ມີສິດຢຸດຕິທຸກການບໍລິການຕໍ່ໄປໃນກໍລະນີທີ່ທ່ານຖອດຖອນການຍິນຍອມຂອງຕົນ .

Buy and Sell used cars in Laos - cars for sale in Laos with Evaluation report

ລົງທະບຽນໂດຍ

  ລົງທະບຽນດ້ວຍ Facebook   ລົງທະບຽນດ້ວຍ Google ລົງທະບຽນແບບຟອມ