📌🔍 ຕອກຍ້ຳຄຸນະພາບກັບ AutoMarche.com.la
🚗 ກ່ອນທີ່ຈະມາເປັນລາຍການລົດໃນເວັບໄຊທ໌ AutoMarche.com.la ພວກເຮົາເຮັດຫຍັງແດ່
👨🔧👨🔧 ທີມງານຜູ້ຊ່ຽວຊານຈາກປະເທດຍີ່ປຸ່ນຈະກວດສອບລົດກ່ອນເອົາລົງເວັບໄຊທ໌, ລົດທີ່ຜ່ານການກວດສອບແມ່ນທ່ານຈະເຫັນສັນຍາລັກລະບຸວ່າລົດຖືກກວດສອບແລ້ວ.
👨🔧👨🔧 ການກວດກາສະພາບລົດຢ່າງລະມັດລະວັງຫຼາຍກວ່າ 50ຈຸດ ເພື່ອໃຫ້ທ່ານໝັ້ນໃຈ ແລະ ຮູ້ສະພາບລົດທີ່ແທ້ຈິງ.
🛠 AutoMarche ຄັດສັນລົດທີ່ມີຄຸນະພາບມາໃຫ້ທ່ານເລືອກ ຫາກກໍລະນີ AutoMarche ພົບເຫັນລົດທີ່ມີຄວາມເສຍຫາຍໜັກ ຫຼື ເກີດອຸປະຕິເຫດໂດຍສົ່ງຜົນກະທົບຕໍ່ໂຄງລົດ AutoMarche ເຮົາຈະຄັດອອກ ແລະ ລຶບອອກຈາກເວັບໄຊທ໌ທັນທີ
🔍 AutoMarche ອັບເດດຂໍ້ມູນທຸກມື້ເພື່ອເພີ່ມລົດ ແລະ ນຳລົດອອກຈາກລະບົບເມື່ອໄດ້ຮັບການຂາຍແລ້ວ ແລະ ນີ້ແມ່ນ AutoMarche.com.la
ໂທຫາພວກເຮົາຖ້າທ່ານຕ້ອງການຄວາມຊ່ວຍເຫລືອ 021 336066
🔎 ພວກເຮົາໄດ້ຍົກເລີກລົດທີ່ຈະລົງໃນ AutoMarche ສູງເຖິງ 15% ຂອງລົດທັງໝົດ.
🎯 ຊ່ວງຂອງເດືອນມັງກອນທີ່ຜ່ານມານີ້ AutoMarche ໄດ້ເຮັດເນື້ອໃນກ່ຽວກັບການໂພສຂາຍລົດຫຼຸດລົງ
ເນື່ອງຈາກຜູ້ຊ່ຽວຊານຄົນຍີ່ປຸ່ນຂອງເຮົາ ໄດ້ກວດພົບເຫັນລົດທີ່ອາດເຄີຍເກີດອຸບັດເຫດຮ້າຍແຮງທີ່ສົ່ງຜົນຕໍ່ໂຄງລົດ
ຈຶ່ງມີການຍົກເລິກລາຍການລົດດັງກ່າວເມື່ອຄິດໄລ່ແລ້ວ ທັງໝົດເປັນຈຳນວນ 15%
🛡 ເພື່ອຄວາມປອດໄພຂອງຕົວທ່ານກັບຄົນທີ່ທ່ານຮັກ ຜູ້ຊ່ຽວຊານທີ່ມາຈາກປະເທດຍີ່ປຸ່ນໄດ້ກວດເບິ່ງຂໍ້ມູນຂອງລົດແຕ່ລະຄັນຢ່າງລະມັດລະວັງ ແລະ ໄດ້ເຮັດໃບການປະເມີນສະພາບລົດທີ່ມີຄວາມປອດໄພໃຫ້ກັບທ່ານ ແລະ ນີ້ຄືສິ່ງທີ່ AutoMarche ປາດຖະໜາຢາກໃຫ້ຜູ້ບໍລິໂພກໄດ້ຮັບຈາກພວກເຮົາ
AutoMarche ໄດ້ອັບເດດລົດໃຫມ່ທຸກມື້ ທ່ານສາມາດກົດເຂົ້າລິ້ງເພື່ອຫາລົດທີ່ທ່ານມັກ ແລະ ລົດທີ່ມີຄຸນນະພາບທີ່ດີທີສຸດໃນລາວ
ໂທຫາພວກເຮົາຖ້າທ່ານຕ້ອງການຄວາມຊ່ວຍເຫລືອ 021 336066
💧ສິ່ງທີ່ທ່ານຄວນເອົາໃຈໃສ່ ເມື່ອທ່ານເຫັນຂອງແຫຼວກ້ອງລົດ
ເພາະອາດເປັນສັນຍານບອກສິ່ງຜິດປົກກະຕິ ທີ່ທ່ານບໍ່ຄວນເບິ່ງຂ້າມ
🟤 ຮອຍນ້ຳມັນຢູ່ກ້ອງຈັກເປັນ ສີນໍ້າຕານ ຫຼື ຂຸ່ນດຳ ສາມາດປະເມີນເບື້ອງຕົ້ນໄດ້ວ່າເປັນນ້ຳມັນເຄື່ອງມີການຊືມ ຫຼື ຮົ່ວ ຄວນນຳເຂົ້າສູນບໍລິການເພື່ອກວດ ແລະ ສ້ອມແປງ
🔴 ຮອຍນ້ຳມັນເປັນສີແດງ ເປັນນ້ຳມັນເກຍອັດຕະໂນມັດ ຫາກນໍ້າມັນຂາດ ຫຼື ໝົດ ມີສ່ວນໃຫ້ເກຍເສື່ອມສະພາບໄວ ຄວນນຳລົດເຂົ້າສູນບໍລິການເພື່ອກວດສອບ ແລະ ສ້ອມແປງ
⚫️ ຮອຍນ້ຳມັນຢູ່ດ້ານໜ້າບໍລິເວນຄົນຂັບເປັນສີໃສ ຫຼື ຂຸ່ນດຳ ແລະ ມີຄວາມໜຽວຫຼາຍ ນັ້ນແມ່ນນ້ຳມັນເກຍທຳມະດາ ໃຫ້ສັນນິຖານວ່າ ນໍ້າມັນຕໍ່າ ຫຼື ໃກ້ເບີດແລ້ວ, ຊຶງເຮັດໃຫ້ເກີດການເສື່ອມສະພາບຂອງເກຍໄວ, ດັ່ງນັ້ນ,
ຈົ່ງນໍາລົດຂອງທ່ານໄປຫາສູນບໍລິການເພື່ອກວດກາແລະສ້ອມແປງທັນທີ
ສິ່ງສຳຄັນທີ່ຄວນເຮັດຫາກພົບເຫັນ, ຄວນມີການກວດຄືນ ຫຼື ເຂົ້າໄປທີ່ສູນສ້ອມແປງເພື່ອຫຼີກລ້ຽງການເປ່ເພຂອງລົດ.
...
ໃບປະເມີນສະພາບລົດສາມາດບອກຫຍັງທ່ານໄດ້ແດ່?
ສະພາບລົດເປັນສິ່ງທີ່ສຳຄັນທີ່ຈະຕ້ອງຮູ້ ທຸກຄັ້ງທີ່ທ່ານຈະຊື້ລົດມືສອງ.
ແຕ່ທ່ານຮູ້ບໍ່ວ່າລົດທີ່ມີຄຸນນະພາບດີ ຈະມີສະພາບລົດແນວໃດ?
ທ່ານສາມາດສັງເກດໃບປະເມີນສະພາບລົດຈາກ ເວັບໄຊທ໌ AutoMarche ທີ່ໄດ້ລວບລວມຂໍ້ມູນທີ່ຈຳເປັນຂອງລົດ ເພື່ອການເລືອກລົດຂອງທ່ານ
ທ່ານສາທາດກວດເບິ່ງໃບປະເມີນສະພາບຂອງລົດແຕ່ລະຄັນ ວ່າເປັນລຸ່ນໃດ?, ຜະລິດປີໃດ?, ສີຫຍັງ? ໄລຍະທາງໃນການໃຊ້ງານເທົ່າໃດ?
ກວດເບິ່ງສະພາບຂອງຈັກລົດ, ພວກເຮົາຈະບອກສະພາບທີ່ແທ້ຈິງ
ກວດເບິ່ງສະພາບຂອງໂຄງລົດ(ວ່າມີການເສຍຫາຍ ຫຼື ບໍ່) ຫາກໂຄງລົດບໍ່ມີຄວາມເສຍຫາຍ ແຕ່ຍັງມີຄວາມເປັນໄປໄດ້ທີ່ລົດຈະເກີດອຸປະຕິເຫດ ແຕ່ບໍ່ມີຜົນກະທົບຕໍ່ໂຄງລົດ.
...