ສິ່ງທີ່ບໍ່ຄວນເບິ່ງຂ້າມເມື່ອທ່ານຕ້ອງການຊື້ລົດມືສອງ
ທ່ານຕ້ອງກວດເລກຂອງເຄື່ອງຈັກວ່າຖືກຕ້ອງຕາມເອກະສານ ຫຼື ບໍ
ເພາະເນື່ອງຈາກປະຈຸບັນການດັດແປງສະພາບລົດ ແລະ ການນຳເຂົ້າລົດທີ່ບໍ່ຖືກຕ້ອງຕາມກົດໝາຍຍັງມີໃຫ້ເຫັນ ແລະ ສາມາດສ້າງບັນຫາໃຫ້ທ່ານໃນອານາຄົດ
ສິ່ງທີ່ຄວນກວດເບິ່ງ ສິ່ງທຳອິດຄືການເຂົ້າເບິ່ງເລກຈັກ ໃນເອກະສານລົດ (ປື້ມເຫຼືອງ ຫລື ໃບທະບຽນພາຫະນະ) ແລະ ເລກຈັກລົດພາຍໃນລົດວ່າກົງກັນ ຫຼື ບໍ່, ລວມທັງປ້າຍທະບຽນລົດ, ເພາະຖ້າກົງກັນມັນຄືສິ່ງທີ່ສາມາດບອກໄດ້ວ່າລົດມີການນຳເຂົ້າ ແລະ ເສຍພາສີຕາມກົດໝາຍ ຫຼື ບໍ່ແມ່ນລົດທີ່ຖືກລັກມາ
ໂທຫາພວກເຮົາຖ້າທ່ານຕ້ອງການຄວາມຊ່ວຍເຫລືອ 021 336066
