• ລາຄາ
    $ - ໂດລ້າ ₭ - ກິບ
  • ເຂົ້າສູ່ລະບົບ
  • ລົງທະບຽນ
  • eng
  • ໜ້າຫຼັກ
  • ຜູ່ຂາຍ
  • ວິທີໃຊ້ງານ
  • ຂ່າວ
  • ຕິດຕໍ່ພວກເຮົາ
  • ຊື້
  • ຂາຍ

ກ່ຽວກັບພວກເຮົາ

Power by TOYOTA

ກ່ຽວກັບພວກເຮົາ

  • ‘AutoMarche.com.la’ ເປັນຕະຫຼາດຊື້ຂາຍລົດອອນລາຍທີ່ໃຫຍ່ທີ່ສຸດໃນລາວ ທີ່ໄດ້ເຊື່ອມຕໍ່ “ຜູ່ຊື້” ແລະ “ຜູ່ຂາຍ” ລົດມືສອງ. AutoMarche ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນຕຸລາ 2021, ໂດຍມີເປົ້າໝາຍທີ່ຈະເປັນເວັບໄຊ້ລົດມືສອງທີ່ໜ້າເຊື່ອຖືໄດ້ທີ່ສຸດ. AutoMarche ແມ່ນຕະຫຼາດອອນລາຍ ທີ່ສ້າງພື້ນໃຫ້ກັບບັນດາທ່ານທີ່ຕ້ອງການຢາກ ຊື້ ແລະ ຂາຍ ລົດມືສອງ ໄດ້ຢ່າງສະດວກສະບາຍ. ທ່ານສາມາດໃຊ້ເວັບໄຊ້ນີ້ໄດ້ໃນທຸກໆພື້ນທີ່ ຜ່ານທາງໂທລະສັບມືຖື ຫລື ຄອມພິວເຕີຂອງທ່ານ.

ຈຸດປະສົງຂອງພວກເຮົາ


AutoMarche ພ້ອມທີ່ຈະຈັດຫາຂໍ້ມູນ ແລະ ຕົວເລືອກທີ່ຫຼາກຫຼາຍ ຂອງລົດມືສອງ ເພື່ອໃຫ້ທ່ານໄດ້ມີຄວາມສຸກໃນການຂັບເຄື່ອນຊີວິດຂອງທ່ານ. AutoMarche ສະໜັບສະໜູນຕະຫຼາດລົດໃນລາວ ແລະ ໃຫ້ຂໍ້ມູນລາຄາລົດມືສອງທີ່ໂປ່ງໃສ, ສົມເຫດສົມຜົນ ແລະ ເຊື່ອຖືໄດ້.

ວິໄສທັດຂອງພວກເຮົາ


AutoMarche ມຸ່ງໝັ້ນທີ່ຈະສ້າງສັງຄົມທີ່ທຸກໆຄົນສາມາດໄດ້ຮັບປະສົບການໃໝ່ໆຜ່ານການນຳໃຊ້ລົດ. AutoMarche ຈະນຳສະເໜີວິທີການໃຊ້ຊີວິດ ທີ່ດີຂຶ້້ນ, ສະດວກສະບາຍຂື້ນ ແລະ ປອດໄພຂຶ້ນ ໃຫ້ແກ່ບັນດາທ່ານ. AutoMarche ມີຄວາມຝັນທີ່ຈະເຫັນ ໂລກໃບນີ້ ທີ່ໜ້າຕື່ນເຕັ້ນຫລາຍຂື້ນ ແລະ ທີ່ເຕັມໄປດ້ວຍຮອຍຍິ້ມ.

ຄຸນປະໂຫຍດ ຂອງ AutoMarche

  • ຄຸນປະໂຫຍດ ທີ່ 1 : ຄົ້ນຫາໄດ້ງ່າຍ

  • ທ່ານສາມາດຄົ້ນຫາລົດມືສອງທີ່ເໝາະສົມກັບຄວາມຕ້ອງການຂອງທ່ານໄດ້ງ່າຍ ໂດຍຜ່ານ AutoMarche. ນອກຈາກນີ້ ທ່ານຍັງສາມາດເລືອກລົດໄດ້ໂດຍ ການຄົ້ນຫາ ຍີ່ຫໍ້, ປະເພດລົດ, ລຸ້ນ, ໄລຍະທາງ, ອຸປະກອນ, ງົບປະມານ ແລະ ອື່ນໆ ໂດຍ ໂທລະສັບມືຖື ຫຼື ຄອມພິວເຕີຂອງທ່ານ.

  • ຄຸນປະໂຫຍດ 2 : ສ້າງຄວາມຫນ້າເຊື່ອຖື ແລະ ຄວາມໂປ່ງໃສ

  • ຂໍ້ມູນຂອງລົດທີ່ມີຄວາມຖືກຕ້ອງ ແລະ ເຊື່ອຖືໄດ້. ລົດແຕ່ລະຄັນມີປະຫວັດການໃຊ້ງານ, ເງື່ອນໄຂ ແລະ ລາຄາທີ່ແຕກຕ່າງກັນ. AutoMarche ຮຽກຮ້ອງໃຫ້ “ຜູ່ຂາຍ” ເປີດເຜີຍຂໍ້ມູນເລກທະບຽນລົດ ແລະ ປະຫວັດການຊ້ອມແປງທີ່ຖືກຕ້ອງ. ນອກຈາກນີ້ ພວກເຮົາຍັງມີການບໍລິການ ການປະເມີນສະພາບລົດຂອງທ່ານໃຫ້ອີກດ້ວຍ. ພວກເຮົາມີວິຊາການທີ່ມີປະສົບການຈາກປະເທດຍີ່ປຸ່ນ ທີ່ຈະມາປະເມີນສະພາບລົດຂອງທ່ານ.

  • ຄຸນປະໂຫຍດ 3 : ສ້າງຄວາມພຶງພໍໃຈ

  • AutoMarche ໃຫ້ການບໍລິການດ້ວຍຄວາມຈິງໃຈ ເພື່ອຫຼຸດຜ່ອນຄວາມກັງວົນຂອງທ່ານໃນການເລືອກຊື້ລົດເຊັ່ນ: ການສະແດງເລກທະບຽນລົດ, ການສະແດງຂໍ້ມູນການປະເມີນລົດ, ການຕິດຕໍ່ຜ່ານທາງຂໍ້ຄວາມ, ການຕິດຕໍ່ຜ່ານການທາງສາຍໂທລະສັບ ແລະ ອື່ນໆ. ທ່ານສາມາດນຳໃຊ້ເຄື່ອງມືທີ່ຫຼາກຫຼາຍ ແລະ ມ່ວນຊື່ນໄປກັບການເລືອກລົດ ຜ່ານ AutoMarche.

ຄຳແນະນຳຈາກລູກຄ້າ

ສະຖານທີ່

ສຳນັກງານໃຫຍ່

ສະຖານທີ່
ຕຶກໂຣໂຍສະແຄວສ ຕືກທີ່ສອງ ຖະນົນສາມແສນໄທ ບ້ານໜອງດວງເໜື້ອ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ

Welcome to Automarche where people can buy used cars and sell used cars fairly and freely all over Laos. Automarche is the only one platform in Laos who can provide free car condition sheets prepared by a certified evaluator. You can find your best used vehicles and/or best customer on our used car matching site. See the Toyota Cars, Ford Cars, Nissan Cars, Honda Cars, Hyundai Cars, Kia Cars, Mazda Cars, MG Cars, Range Rover Cars, and Lexus Cars, See All used cars in Laos!,

Copyright ©️ AutoMarche 2021 – Used car matching website in Laos. All rights reserved. Terms & Condition and Priacy Policy.